ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມີບົດກ່າວປາໄສສຳຄັນທີ່ວາລະປະຊຸມWEFອາຊຽນ2017

(VOVWORLD) -ຕອນບ່າຍວັນທີ 11 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມວາລະໄຂເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ 2017 ແລະ ມີບົດກ່າວປາໄສສຳຄັນ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມີບົດກ່າວປາໄສສຳຄັນທີ່ວາລະປະຊຸມWEFອາຊຽນ2017 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄຳເຫັນທີ່ພິທີໄຂ

ພາບ:VGP

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ການປະຕິວັດອຸດສາຫະກຳຄັ້ງທີ 2 ພວມນຳມາເຊິ່ງໃຫ້ອາຊຽນຫລາຍກາລະໂອກາດພັດທະນາໃຫມ່, ພ້ອມທັງວາງອອກບັນດາສິ່ງທ້າທາຍໃຫມ່. ເມື່ອເຕື້ອງເຖິງຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ປະຈຸບັນ ຫວຽດນາມ ມີຄວາມຄືບຫນ້າກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຫວຽດນາມ ພວມສູ້ຊົນຮອດປີ 2020 ຈະຖືກຈັດເຂົ້າ Top 10 ປະເທດໃນໂລກ ກ່ຽວກັບການສະຫນອງບໍລິການຜະລິດຊອບແວ ແລະ ເນື້ອໃນ ດ້ວຍຄົນງານໃນຂົງເຂດນີ້ແມ່ນ 1 ລ້ານຄົນ. ນີ້ແມ່ນທ່າໄດ້ປຽບສຳຄັນ ແລະ ປະຈຸບັນ ມີກຸ່ມບໍລິສັດເຕັກໂນໂລຊີຫລາຍແຫ່ງຂອງໂລກພວມເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        “ເພື່ອຮັກສາການພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ມີກຳລັງແກ້ງແຍ້ງ, ອາຊຽນ ບໍ່ພຽງແຕ່ອີງໃສ່ຊັບພະຍາກອນ ແລະ ແຮງງານຫນຸ່ມຂາດທັກສະ. ຕ້ອງສ້າງກຳລັງຫນູນການເຕີບໂຕໃຫມ່ແຂງແຮງກວ່າຈາກການປ່ຽນໃຫມ່ຫົວຄິດປະດິດສ້າງ. ນອກນັ້ນ ບັນດາປະເທດອາຊຽນ ຄວນບຳລຸງສ້າງໃຫ້ປະຊາຊົນ, ເປັນຕົ້ນແມ່ນຄົນງານຫນຸ່ມບັນດາທັກສະທີ່ຈຳເປັນເພື່ອເປັນເຈົ້າການບັນດາຄວາມກ້າວຫນ້າເຕັກໂນໂລຊີ, ຕອບສະຫນອງບັນດາຄຳຮຽກຮ້ອງຕ້ອງການວຽກເຮັດງານທຳໃຫມ່.”

ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ຫວຽດນາມ ພວມມານະພະຍາຍາມມຸ່ງໄປເຖິງການເຕີບໂຕແບບຍືນຍົງ ບົນພື້ນຖານຄຸນນະພາບການເຕີບໂຕ ແລະ ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເພື່ອເພີ່ມສະມັດຕະພາບແຮງງານ, ກຳລັງແກ້ງແຍ້ງ ແລະ ບັນລຸລະດັບສູງກວ່າໃນລະບົບມູນຄ່າທົ່ວໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ