ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະພາເຂດເສດຖະກິດຈຸດສຸມພາກກາງ

(VOVWORLD) -ຕອນບ່າຍວັນທີ 15 ກຸມພາ ໃນຂອບເຂດເຂົ້າຮ່ວມກອງປະຊຸມ “ພັດທະນາການທ່ອງທ່ຽວພາກກາງ ແລະ ເຂດໄຕງວຽນ ດຳເນີນໄປຢູ່ນະຄອນເຫ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ສະພາເຂດເສດຖະກິດຈຸດສຸມ ພາກກາງ 

ເພື່ອແນໃສ່ຕີລາຄາບາງການເຄື່ອນໄຫວຂອງສະພາເຂດເສດຖະກິດຈຸດສຸມ ຊື່ງໄດ້ຜັນຂະຫຍາຍນັບແຕ່ຕົ້ນອາຍຸການ ແລະ ວາງອອກບັນດາມາດຕະການເພື່ອພັດທະນາເຂດໃນໄລຍະຈະມາເຖິງ.

ກ່ອນທີ່ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມບາງຮ້ານວາງສະແດງສິນຄ້າຢູ່ງານວາງສະແດງສົ່ງເສີມການລົງທຶນ ແລະ ໂຄສະນາການທ່ອງທ່ຽວເຂດແຄມທະເລພາກກາງຫວຽດນາມ.

ເຂດເສດຖະກິດຈຸດສຸມ ພາກກາງ ໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້  22 ປີ ລວມມີ 4 ແຂວງ, ນະຄອນ ນັ້ນແມ່ນ ແຂວງ ເທື່ອທຽນເຫ້ວ, ກວ໋າງນາມ, ດາຫນັງ, ກວ໋າງຫງ໋າຍ ແລະ ປີ 2004 ໄດ້ເພີ່ມເຕີມແຂວງ ບີງດີ້ງ. ເຂດນີ້ ມີເນື້ອທີ່ດິນທຳມະຊາດກວມເອົາ 8,5% ເນື້ອທີ່ດິນຂອງທົ່ວປະເທດ, ມີພົນລະເມືອງ 6,5 ລ້ານຄົນ, ກວມເອົາ 7% ຈຳນວນພົນລະເມືອງຂອງທັງປະເທດ. ນີ້ແມ່ນເຂດເຊື່ອມຕໍ່ສຳຄັນໃນການພົວພັນແລກປ່ຽນເສດຖະກິດ ວັດທະນະທຳ ກັບສາກົນ ພ້ອມທັງແມ່ນທາງຜ່ານສິນຄ້າກັບບັນດາແຂວງ ຢູ່ ເຂດໄຕງວຽນ ແລະແມ່ນປະຕູອອກສູ່ທະເລສະດວກທີ່ສຸດສຳລັບບັນດາທ້ອງຖິ່ນພາກໃຕ້ຂອງລາວ, ພາກອີສານຂອງໄທ ແລະ ພາກຕາເວັນອອກສ່ຽງເຫນືອຂອງ ກຳປູເຈຍ ຜ່ານແລວເສດຖະກິດຕາເວັນອອກ ຕາເວັນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ