ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເດີນທາງໄປເຂົ້າຮ່ວມ WEF Davos 2019

(VOVWORLD) - ຕອນຄ່ຳວັນທີ 22 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກໄດ້ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມເດີນທາງອອກຈາກ ນະຄອນຮ່າໂນ້ຍ, ໄປເຂົ້າຮ່ວມ ກອງປະຊຸມເວທີປາໄສເສດຖະກິດໂລກປະຈຳປີ (WEF) ຢູ່ Davos, ປະເທດ ສະວິດຕາມຄຳເຊີນຂອງທ່ານ Klaus Schwab ປະທານສ້າງຕັ້ງ ແລະ ບໍລິຫານ  WEF.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເດີນທາງໄປເຂົ້າຮ່ວມ WEF Davos 2019 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ຕ້ອນຮັບທ່ານ Klaus Schwab ປະທານສ້າງຕັ້ງ ແລະ ບໍລິຫານ  WEF ທີ່ WEF ASEAN 2018 ຢູ່ຫວຽດນາມ (ພາບ:vov.vn)

ການເຂົ້າຮ່ວມກອງປະຊຸມ WEF ຄັ້ງນີ້ ຂອງ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຈະເປັນການໂຄສະນາຜົນງານຂອງການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ສົ່ງສານກ່ຽວກັບແນວທາງ, ນະໂຍບາຍ, ມາດຕະການອັນໃຫຍ່ຫຼວງຂອງລັດຖະບານຫວຽດນາມໃນການພັດທະນາເສດຖະກິດ - ສັງຄົມປີ2019. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມແນະນຳຂະບວນວິວັດແຫ່ງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງກ້ວາງເລິກ, ເປັນຕົ້ນ ແມ່ນການຜັນຂະຫຍາຍບັນດາສັນຍາການຄ້າເສລີໃຫມ່ ເຊິ່ງຫວຽດນາມ ໄດ້ລົງນາມ ແລະ ກຳລັງເຈລະຈາ, ໃນນັ້ນມີ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແລະ ໃນເວລາຈະມາເຖິງແມ່ນສັນຍາການຄ້າເສລີ (EVFTA). ນອກຈາກນີ້ ການເຂົ້າຮ່ວມກອງປະຊຸມ WEF ຂອງ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຍັງ ຈະຊຸກຍູ້ການພົວພັນລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມື, ກຸ່ມບໍລິສັດແຖວຫນ້າຂອງໂລກ, ເປັນການປະກອບສ່ວນໃນການປັບປຸງສະພາບແວດລ້ອມ ສາກົນທີ່ມີຄວາມສະດວກ ໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງ ຄົມປີ 2019 ຕື່ມອີກ

ໃນຂອບເຂດກອງປະຊຸມ WEF Davos 2019, ຫວຽດນາມ ແລະ WEF ຄາດວ່າຈະລົງນາມຂໍ້ຕົກລົງຮ່ວມມືກໍ່ສ້າງສູນການປະຕິວັດອຸດສາຫະກຳ 4.0 ຢູ່ຫວຽດນາມ ແລະ ຈົດ   ໝາຍສະແດງເຈດຈຳນົງກ່ຽວກັບການຮ່ວມມືແກ້ໄຂບັນຫາຂີ້ເຫຍື້ອຢາງປະລາສຕິກເສດເຫຼືອ.

ຕອບກັບ

ຂ່າວ/ບົດ​ອື່ນ