ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບການນຳບັນດາພັກການເມືອງ ແລະ ບັນດາເພື່ອນຍີ່ປຸ່ນ ທີ່ສະໜິດສະໜົມກັບ ຫວຽດນາມ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງການພົວພັນ ຫວຽດນາມ - ຍີ່ປຸ່ນ ໄດ້ຍົກລະດັບເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ ອາຊີ ແລະ ຢູ່ໃນໂລກ” ແລະ ພວມຢືນຢູ່ຕໍ່ໜ້າກາລະໂອກາດເພື່ອພັດທະນາກ່ວາໃນທຸກຂົງເຂດ
 
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບການນຳບັນດາພັກການເມືອງ ແລະ ບັນດາເພື່ອນຍີ່ປຸ່ນ ທີ່ສະໜິດສະໜົມກັບ ຫວຽດນາມ - ảnh 1ການຕ້ອນຮັບທ່ານ Aso Taro , ຮອງປະທານ ພັກປະຊາທິປະໄຕເສລີ (LDP)

ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ວັນທີ 28 ພະຈິກ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບອະດິດນາຍົກລັດຖະມົນຕີ, ຮອງປະທານ ພັກປະຊາທິປະໄຕເສລີ (LDP), ປະທານ ພັກ Komeito, ປະທານພັກກອມມູນິດ ຍີ່ປຸ່ນ ແລະ ກຸ່ມບັນດາສະມາຊິກສະພາແຫ່ງຊາດ, ບັນດາເພື່ອນ ຍີ່ປຸ່ນ ທີ່ສະໜິດສະໜົມກັບ ຫວຽດນາມ.

        ທີ່ການຕ້ອນຮັບຄັ້ງຕ່າງໆ, ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງການພົວພັນ ຫວຽດນາມ - ຍີ່ປຸ່ນ ໄດ້ຍົກລະດັບເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ ອາຊີ ແລະ ຢູ່ໃນໂລກ” ແລະ ພວມຢືນຢູ່ຕໍ່ໜ້າກາລະໂອກາດເພື່ອພັດທະນາກ່ວາໃນທຸກຂົງເຂດ, ເປັນຕົ້ນແມ່ນບັນດາຂົງເຂດໃໝ່ ດ້ວຍວິໄສທັດຮ່ວມມືໃນ 50 ປີຈະມາເຖິງ. ທ່ານປະທານປະເທດ ໄດ້ສະເໜີວ່າ ບັນດານັກການເມືອງ ຍີ່ປຸ່ນ ເອົາໃຈໃສ່, ຊຸກຍູ້ການຫັນບັນດາເນື້ອໃນການຮ່ວມມືສອງປະເທດໃນຂອບເຂດການພົວພັນໃໝ່ເປັນລະອຽດ.

        ບັນດາການນຳ, ນັກການເມືອງ ຍີ່ປຸ່ນ ລ້ວນແຕ່ຢັ້ງຢືນການສະໜັບສະໜູນ ລັດຖະບານ ຍີ່ປຸ່ນ ຖື ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ. ທ່ານ Aso Taro, ຮອງພັກ LDP, ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນບັນດາຂົງເຂດ: ເສດຖະກິດ, ການພົວພັນແລກປ່ຽນປະຊາຊົນ. ທ່ານກໍ່ເນັ້ນໜັກວ່າ ຫວຽດນາມ ແມ່ນສະຖານທີ່ເຊິ່ງບັນດານັກລົງທຶນ ຍີ່ປຸ່ນ ມີຄວາມສົນໃຈໃນວິວັດການຫັນປ່ຽນລະບົບການສະໜອງ, ດ້ວຍຄວາມດຶງດູດແຫຼ່ງກຳລັງ ແລະ ຕະຫຼາດມີຄວາມສາມາດບົ່ມຊ້ອນ.

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບການນຳບັນດາພັກການເມືອງ ແລະ ບັນດາເພື່ອນຍີ່ປຸ່ນ ທີ່ສະໜິດສະໜົມກັບ ຫວຽດນາມ - ảnh 2ການຕ້ອນຮັບ ທ່ານ Shii, ປະທານພັກກອມມູນິດ ຍີ່ປຸ່ນ (ພາບ:TTXVN)

        ສ່ວນທ່ານ Yamaguchi Natsuo, ປະທານພັກ Komeito ຢັ້ງຢືນວ່າ: ພັກ Komeito ຈະ ເພີ່ມທະວີການຮ່ວມມືກັບ ຫວຽດນາມ, ພິເສດ, ໃນຂົງເຂດພື້ນຖານໂຄງລ່າງຄຸນນະພາບສູງ, ສາທາລະນະສຸກ, ແຮງງານ, ການສຶກສາ - ແມ່ນບັນດາຂົງເຂດເຊິ່ງພັກ Komeito ມີບັນດາສະມາຊິກດຳລົງຕຳແໜ່ງເປັນລັດຖະມົນຕີ ແລະ ການນຳຮັບຜິດຊອບໃນຄະນະລັດຖະບານ ຍີ່ປຸ່ນ.

        ສ່ວນທ່ານ Shii, ປະທານພັກກອມມູນິດ ຍີ່ປຸ່ນ ໄດ້ຕີລາຄາສູງຜົນງານຂອງພາລະກິດແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ; ປາດຖະໜາຢາກຊຸກຍູ້ການພົວພັນກັບພັກກອມມູນິດ ສອງປະເທດ; ສະເໜີໃຫ້ ຫວຽດນາມ ສືບຕໍ່ສະໜັບສະໜູນເລື່ອງບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.

ໂດຍສືບຕໍ່ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຕອນເຊົ້າວັນທີ 29 ພະຈິກ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບບັນດາຄອບຄົວ ທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ຍີ່ປຸ່ນ, ເຂົ້າຮ່ວມລາຍການພົບປະແລກປ່ຽນມວຍ Vovinam ຫວຽດນາມ ແລະ ມວຍຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ