ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ ໄຂ​ປາກ​ກາ​ຂຽນ​​ຍາມ​ລະ​ດູ​ບານ​ໃໝ່ຢູ່​ ຮ່າ​ໂນ້ຍ

(VOVWORLD) - ທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຂຽນວ່າ: “ຂໍ້ສະແດງຄວາມອາໄລຫາ ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳໂລກ ຫງວຽນຈ້າຍ”.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ ໄຂ​ປາກ​ກາ​ຂຽນ​​ຍາມ​ລະ​ດູ​ບານ​ໃໝ່ຢູ່​ ຮ່າ​ໂນ້ຍ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເຂົ້າຮ່ວມພິທີ (ພາບ: TTXVN)

ຕອນເຊົ້າວັນທີ 18 ກຸມພາ - ກົງກັບວັນທີ 9 ເດືອນຈຽງ ປີມະໂລງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂປາກກາຂຽນຍາມລະດູບານໃໝ່ ຢູ່ເຂດອະນຸສາວາລີ ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳໂລກ ຫງວຽນຈ້າຍ, ຢູ່ຕາແສງ ຍິເຄ, ເມືອງເທື່ອງຕິນ, ຮ່າໂນ້ຍ.

ພິທີໄຂປາກກາຂຽນຍາມລະຕູບານໃໝ່ ແມ່ນຈຸດຄວາມງາມທາງດ້ານວັດທະນະທຳຂອງເຂດດິນແດນ ເທື່ອງຕິນ ເຊິ່ງມີມູນເຊື້ອຢາກຮ່ຳຢາກຮຽນ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ສົ່ງເສີມປະຊາຊົນໝົດທຸກຄົນໃນບໍລິເວນ ຍົກສູງການຮ່ຳຮຽນ, ການແຂ່ງຂັນອອກແຮງງານ, ທຳການຜະລິດ.

ທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຂຽນວ່າ: “ຂໍ້ສະແດງຄວາມອາໄລຫາ ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳໂລກ ຫງວຽນຈ້າຍ”.

ຕອບກັບ

ຂ່າວ/ບົດ​ອື່ນ