ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາເປັນເຈົ້າພາບຈັດງານລ້ຽງ ຕ້ອນຮັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ແລະ ພັນລະຍາ

(VOVWORLD) -ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງເລື່ອງ ອົດສະຕາລີ ຍາມໃດກໍ່ສະຫງວນແຫຼ່ງທຶນພັດທະນາເປັນທາງການ (ODA) ໃຫ້ແກ່ ຫວຽດນາມ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາເປັນເຈົ້າພາບຈັດງານລ້ຽງ ຕ້ອນຮັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ແລະ ພັນລະຍາ - ảnh 1ການນຳ 2 ປະເທດພ້ອມກັບພັນລະຍາເຂົ້າຮ່ວມງານລ້ຽງຮອງຮັບ
(ພາບ: TTXVN)

        ຕອນຄ່ຳວັນທີ 04 ເມສາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ເປັນເຈົ້າພາບງານລ້ຽງຮອງຮັບ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ David Hurley ຢ່າງສົມກຽດ. ໃນບົດກ່າວປາໄສຊົມເຊີຍ, ການນຳ 2 ທ່ານມີຄວາມເຊື່ອໝັ້ນຕໍ່ການພົວພັນລະຫວ່າງ 2 ປະເທດຈະພັດທະນາຂຶ້ນສູ່ລະດັບສູງໃໝ່.

        ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງເລື່ອງ ອົດສະຕາລີ ຍາມໃດກໍ່ສະຫງວນແຫຼ່ງທຶນພັດທະນາເປັນທາງການ (ODA) ໃຫ້ແກ່ ຫວຽດນາມ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ. ທ່ານເນັ້ນໜັກວ່າ ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຂອງ ອາຊຽນ, ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ ແລະ ພວມພ້ອມກັບ ອົດສະຕາລີ ສົມທົບກັນ, ແບ່ງປັນຫຼາຍບັນຫາຂອງພາກພື້ນ ແລະ ສາກົນ; ນັບມື້ນັບປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັບຮູ້ລວມກ່ຽວກັບຄຸນຄ່າຂອງສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ, ເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການເຄົາລົບກົດໝາຍສາກົນ.

        ສ່ວນຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ David Hurley ຢືນຢັນວ່າ, ການຮ່ວມມືລະຫວ່າງ 2 ປະເທດນັບມື້ນັບສະໜິດແໜ້ນ, ບັນລຸປະສິດທິຜົນໃນຫຼາຍຂົງເຂດ, ຄື: ເສດຖະກິດ, ການເມືອງ, ຄວາມໝັ້ນຄົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ, ປ້ອງກັນຊາດ… ທ່ານ David Hurley ໃຫ້ຮູ້ວ່າ, Canberra ປາດຖະໜາຢາກຮ່ວມມືກັບ ຮ່າໂນ້ຍ ໃນວິວັດການປະຕິບັດບັນດາເປົ້າໝາຍພັດທະນາຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ