ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມ, ອວຍພອນບຸນເຕັດ ບັນດາຫົວໜ່ວຍໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

(VOVWORLD) - ໃນບັນຍາກາດທີ່ປະຊາຊົນທົ່ວປະເທດ ຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ - ບຸນເຕັດປີຈໍ 2018 ຕອນຄ່ຳວັນທີ 15 ກຸມພາ,
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມ, ອວຍພອນບຸນເຕັດ	ບັນດາຫົວໜ່ວຍໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງຢ້ຽມຢາມສູນລະບົບໄຟຟ້າແຫ່ງຊາດ

ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ຄະນະປະຕິບັດງານໄດ້ລົງຢ້ຽມຢາມ, ກວດກາວຽກງານຮັບໃຊ້ບຸນເຕັດ ແລະ ອວຍພອນບຸນເຕັດພະນັກງານ, ກຳມະກອນທີ່ພວມເຮັດວຽກຢູ່ບາງຫົວໜ່ວຍ.

        ເມື່ອລົງຢ້ຽມຢາມ, ກວດກາວຽກງານຍາມຮັບໃຊ້ບຸນເຕັດ ແລະ ອວຍພອນບຸນເຕັດພະນັກງານ, ກຳມະກອນທີ່ເຮັດວຽກຢູ່ສູນລະບົບໄຟຟ້າແຫ່ງຊາດ - ກຸ່ມບໍລິສັດໄຟຟ້າແຫ່ງຊາດ ຫວຽດນາມ, ສະຖານີໝໍ້ແປງໄຟ 220 Kv ໄຕໂຮ່, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ພະນັກງານ, ກຳມະກອນໄຟຟ້າເຂົ້າຮ່ວມການຍາມໃນໂອກາດບຸນເຕັດຢ່າງລອບຄອບຖີ່ຖ້ວນ ພ້ອມທັງ ຕີລາຄາສູງຄວາມເປັນເຈົ້າການຂອງກຸ່ມບໍລິສັດໄຟຟ້າແຫ່ງຊາດ ຫວຽດນາມ ໃນການຫ້າງຫາກະກຽມບຸນເຕັດໃຫ້ພະນັກງານ, ກຳມະກອນ, ເປັນຕົ້ນແມ່ນບັນດາຜູ້ຍາມໃນໂອກາດບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ