ທ່ານປະທານປະເທດເຂົ້າຮ່ວມພິທີຊັກທຸງເທິງຈອມພູຟານຊີປັງ

ທ່ານປະທານປະເທດເຂົ້າຮ່ວມພິທີຊັກທຸງເທິງຈອມພູຟານຊີປັງ - ảnh 1
ທ່ານປະທານປະເທດເຂົ້າຮ່ວມພິທີຊັກທຸງເທິງຈອມພູຟານຊີປັງ

(vovworld) - ຕອນ​ບ່າຍ​ວັນ​ທີ 13/01 ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ແຂວງ ລາວ​ກາຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ​​ໄດ້​ເຂົ້າ​ຮ່ວມ​ພິທີ​ຊັກ​ທຸງ​ເທິງ​ຈອມ​ພູ​ ຟານ​ຊີ​ປັງ. ພ້ອມ​ກັບ​ພິທີ​ຊັກ​ທຸງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຍັງ​ເປີດ​ສະຫຼອງ​ເສົ້າ​ທຸງ​ຢ່າງ​ເປັນ​ທາງ​ການ​ຢູ່​ຈອມ​ພູ ຟານ​ຊີ​ປັງ. ​ເສົ້າ​ທຸງ​ມີລວງ​ສູງ 25 ​ແມັດ, ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ລະດັບ​ຄວາມ​ສູງ​ເຖິງ 3.143 ​ແມັດ ທຽບ​ກັບ​ລະດັບ​ນ້ຳ​ທະ​ເລ.

        ​ແລະ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ຄະນະ​ປະຕິບັດ​ງານ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ, ມອບ​ຂອງຂວັນ​ໃຫ້​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ດ່ານ​ຊາຍ​ແດນ​ສາກົນ ລາວ​ກາຍ. ນະ​ທີ່​ນີ້ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ໝູ່​ຄະນະ​ຜູ້ບັນຊາການ, ພະນັ​ກງານ, ນັກຮົບ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ກ່ອນ​ອື່ນ​ໝົດ​ແມ່ນ​ໜ້າ​ທີ່​ສ້າງ​ກົມ​ກອງ​​ໃຫ້ປອດ​​ໃສ, ​ເຂັ້ມ​ແຂງຢ່າງ​ແທ້ຈິງ ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ ​ເພື່ອປະຕິບັດ​ສຳ​ເລັດ​ບັນດາ​ໜ້າ​ທີ່ ທີ່ໄ​ດ້ຮັບ​ມອບ​ໝາຍຈາກ​ຂັ້ນ​ເທິງ​ໃຫ້​ເປັນ​ຢ່າງ​ດີ, ປະກອບສ່ວນ​ພ້ອມ​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລ​ະ ປະຊາຊົນ​ບັນດາ​ເຜົ່າ​ພາຍ​ໃນ​ແຂວງ ປະຕິບັດ​ບັນດາ​ຈຸດໝາຍ, ໜ້າ​ທີ່ ​ເຊິ່ງມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ. ນອກ​ນັ້ນ ປ້ອມ​ປ້ອງ​ກັນຊາ​ຍ​ແດນກໍ່ຕ້ອງ​ເພີ່ມ​ທະວີການ​ສົມທົບ​ກັບ​ບັນດາ​ກຳລັງ​​ໃນບໍລິ​ເວນ, ກັບ​ອຳ​ນາດການ​ປົກຄອງ​ທ້ອງ​ຖິ່ນ ​ເພື່ອ​ຄຸ້ມ​ຄອງ​ໃຫ້​ດີ, ພົບ​ເຫັນ, ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງຢ່າງ​ທັນ​ການ ​ແລະ ວ່ອງ​ໄວ, ບັນລຸ​ປະສິດທິ​ຜົນ​ສູງ​ສຸດ, ປະກອບສ່ວນ​ຮັກສາ​ສະ​ຖຽນລະ​ພາບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ບໍລິ​ເວນຊາຍ​ແດນ​ຢ່າງ​ໝັ້ນຄົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ