ທ່ານປະທານປະເທດເຈືອງເຕີ໋ນຊາງພົບປະສັງສັນບັນດາແບບຢ່າງທີ່ດີເດັ່ນຂອງແມ່ຍິງກອງທັບ

ທ່ານປະທານປະເທດເຈືອງເຕີ໋ນຊາງພົບປະສັງສັນບັນດາແບບຢ່າງທີ່ດີເດັ່ນຂອງແມ່ຍິງກອງທັບ - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງພົບ​ປະ​ສັງ​ສັນ​ບັນດາ​ແບບ
ຢ່າງ​ທີ່​ດີ​ເດັ່ນ​ຂອງ​ແມ່ຍິງ​ກອງທັບ​ (ພາບ:Nguyen Khang/TTXVN)


(vovworld) – ​ການພົບ​ປະ​ສັງ​ສັນ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ຂອງ​ແມ່ຍິງ​ກອງທັບ​ ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 27/5, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ​ ຢັ້ງຢືນ​ວ່າ: ​ແຕ່ລະຄົນ, ​ເຖິງ​ວ່າ​ມີ​ວຽກງານ​ທີ່ແຕກ​ແຕ່ງ​ກັນ, ບາງ​ຄົນທີ່​ເຮັດ​ວຽກ​ງານ​ຊີ້​ນຳ, ນຳພາ, ບາງ​ຄົນ​ເປັນຄູສອນ, ຄົ້ນຄວ້າ​ວິ​ທະ​ຍາ​ສາດ. ​ແຕ່​ແມ່ຍິງ​ກອງທັບ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດດ້ານ​ການ​ເມືອງຢ່າງໝັ້ນຄົງ, ມີ​ຄວາມ​ຮັບຜິດຊອບ​ສູງ, ​ທັງ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ “​ເຮັດ​ຫຼ້ອນວຽກບ້ານ​ການ​ເຮືອນ”. ທ່ານ​ປະ​ທານປະ​ເທດ ​ເຈືອງ​ເຕີ໋ນຊາງ ຢັ້ງຢືນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່ຍົກ​ສູງແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແມ່ຍິງ​ໃນພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາ​ດ. ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ການ​ນຳ, ຊີ້​ນຳ​ບັນດາ​ອົງການ, ກົມ​ກອງ​ໃນ​ທົ່ວ​ກອງທັບ, ​ສະມາຄົມ​ແມ່ຍິງ​ກອງທັບເຊື່ອມ​ຊຶມ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ການຊີ້​ນຳ, ນຳພາ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ ແມ່ຍິງ​​ໄດ້ຮຳ່ຮຽນ, ຝືກຝົນຫຼໍ່​ຫຼອມ, ກ້າວໜ້າ ​ແລະ ​ເຕີບ​ໃຫຍ່, ທັງປະຕິບັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ຂອງ​ກົມ​ກອງ​ເປັນ​ຢ່າງ​ດີ, ທັງ​​ເຮັດ​ຫຼ້ອນໜ້າ​ທີ່​ຂອງ​ແມ່ຍິງໃນ​ຄອບຄົວ.
ຂ່າວ/ບົດ​ອື່ນ