ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ເຢຍລະມັນ

ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ເຢຍລະມັນ - ảnh 1
ທ່ານ​ປະ​ທານ​ປ​ະ​ເທດ​ເຈືອງ​ເຕີນ​ຊາງກ່າວ​ຄຳ​ເຫັນ​ທີ່​ສະ​ຖາ​ບັນ
 Körber

(vovworld)-  ​ ​ວັນ​ທີ 26/ 11, ​ ຢູ່ Frankfurt, ທ່ານ​ປະ​ທານ​ປ​ະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນທີ່​ເວ​ທີ​ປາ​ໄສ ວິ​ສາ​ຫະ​ກິດ​ຫວຽດ​ນາມ - ເຢຍ​ລະ​ມັນ ໂດຍ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ Frankfurt,  ແລະ ບັນ​ດາ​ສ​ະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ຂອງ​ເຢຍ​ລະ​ມັນ​ຈັດ​ຕັ້ງ. ເວ​ທີ​ປາ​ໄສ​ໄດ້​ດຶງ​ດູດ ມີວິ​ສາ​ຫະ​ກິດ ຫວຽດ​ນາມ ກວ່າ 30 ແຫ່ງ ແລະ ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນ​ປະ​ມານ 100 ແຫ່ງ, ໃນ​ນັ້ນ ມີ​ກຸ່ມ​ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ຂອງ​ເຢຍ​ລະ​ມັນ​ຫລາຍ​ແຫ່ງ.

        ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ແລະ ເຢຍ​ລະ​ມັນ ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ກັນ, ໃນ​ນັ້ນ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແມ່ນ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີ​ນ​ຊາງ ຢືນ​ຢັນ: ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ສຳ​ເລັດ​ໃນ​ທ້າຍ​ປີ 2015 ຊື່ງ​ຫວຽດ​ນາມ ເປັນ​ສະ​ມາ​ຊິກ ແລະ​ເລື່ອງ​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ FTA ຫລາຍ​ສະ​ບັບ ບໍ່​ພຽງ​ແຕ່​ເປີດ​ກາ​ລະ​ໂອ​ກາດ​ໃຫມ່​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ຊຸກ​ຍູ້​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້​ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ສະ​ດວກກວ່າ ແລະ ມີ​ຄ​ວາມ​ສາ​ມາດ​ແກ້ງ​ແຍ້ງ​ສູງກວ່າ​ໃນ​ພາກ​ພື້ນ.  ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​ປາດ​ຖະ​ຫນາ​ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ເຢຍ​ລະ​ມັນ ຍາດ​ແຍ່ງ​ກາ​ລະ​ໂອ​ກາດນີ້ ແລະ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ເຂົ້າ​ສູ່​ລວງ​ເລິກ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກ່າວ​ວ່າ:

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ ຈະ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ.”

ຂ່າວ/ບົດ​ອື່ນ