ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ AIPA

(VOVWORLD) - ໃນຂອບເຂດການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 44 (AIPA – 44), ຕອນບ່າຍວັນທີ 6 ສິງຫາ, ຢູ່ນະຄອນຫຼວງ ຈາກາຕາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ການນຳສະພາແຫ່ງຊາດ/ລັດຖະສະພາບັນດາປະເທດສະມາຊິກ AIPA ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ  AIPA - ảnh 1ກອງປະຊຸມສະມັດຊາໃຫຍ່ AIPA – 44  ມີຄວາມກ່ຽວພັນ ແລະ ສອດຄ່ອງກັບຫົວຂໍ້ລວມຂອງ ອາຊຽນ ປີນີ້ (ພາບ: VOV)

ດ້ວຍຫົວຂໍ້ຫຼັກ “ລັດຖະສະພາເປັນເຈົ້າການຮັບມື ເພື່ອປະຊາຄົມ ອາຊຽນ ສະຖຽນລະພາບ ແລະ ວັດທະນາຖາວອນ”, ກອງປະຊຸມສະມັດຊາໃຫຍ່ AIPA – 44  ມີຄວາມກ່ຽວພັນ ແລະ ສອດຄ່ອງກັບຫົວຂໍ້ລວມຂອງ ອາຊຽນ ປີນີ້ ນັ້ນແມ່ນ “ປະຊາຄົມອາຊຽນ ຂອບຂະໜາດໃຫຍ່: ຈຸດໃຈກາງຂອງການເຕີບໂຕ”, ໃນນັ້ນ ຍົກສູງກຳລັງຄວາມສາມາດຮັບມືຂອງລັດຖະສະພາບັນດາປະເທດ ອາຊຽນ ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຫຼາຍຢ່າງ ແລະ ເນັ້ນໜັກເຖິງການສົນທະນາ ແລະ ການໃຫ້ຄຳປຶກສາ, ເພີ່ມທະວີການສົມທົບກັນລະຫວ່າງຊ່ອງທາງສ້າງກົດໝາຍ ກັບ ພາກສ່ວນປະຕິບັດກົດໝາຍ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ.

ທີ່ກອງປະຊຸມຄະນະບໍລິຫານງານ AIPA, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ການນຳສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ ຕ່າງກໍຕີລາຄາສູງການເລືອກເຟັ້ນຫົວຂໍ້ຂອງ ກອງປະຊຸມສະມັດຊາໃຫຍ່ AIPA – 44, ສະແດງໃຫ້ເຫັນສານອັນລຸລ່ວງຂອງ AIPA  ກໍຄືຄວາມປາດຖະໜາຂອງປະເທດເຈົ້າພາບ ອິນໂດເນເຊຍ, ປະທານ ອາຊຽນ ແລະ ປະທານ AIPA 2023 ເພື່ອຍົກສູງບົດບາດຂອງ ອາຊຽນ, AIPA ແລະ ບັນດາລັດຖະສະພາສະມາຊິກ AIPA ໃນການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ເພີ່ມທະວີຄວາມສາມາດຕ້ານທານ ແລະ ພັດທະນາແບບຍືນຍົງ, ກວມລວມຂອງພາກພື້ນ ເພື່ອນຳ ອາຊຽນ ກາຍເປັນ ຈຸດໃຈກາງຂອງການເຕີບໂຕ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ