ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດ ກຳປູເຈຍ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງ 2 ປະເທດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດ ກຳປູເຈຍ - ảnh 1 (ທີ່ການພົບປະເຈລະຈາ)

        ຕອນເຊົ້າວັນທີ 01 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານພິທີຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ Samdech Khuon Sudary, ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ພິທີຕ້ອນຮັບ ແລະ ການພົບປະເຈລະຈາ, ປະທານສະພາແຫ່ງຊາດ 2 ທ່ານໄດ້ເນັ້ນໜັກວ່າ, ການຢ້ຽມຢາມ ຫວຽດນາມ ຂອງປະທານສະພາແຫ່ງຊາດ ກຳປູເຈຍ ແມ່ນເຫດການມີຄວາມໝາຍສຳຄັນ ໃນສະພາບທີ່ ກຳປູເຈຍ ຫາກກໍ່ຈັດການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ສຳເລັດ; ເລື່ອງທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ ເລືອກເອົາ ຫວຽດນາມ ແມ່ນປະເທດທຳອິດເພື່ອມາຢ້ຽມຢາມໃນຖານະຕຳແໜ່ງໃໝ່ ສະແດງໃຫ້ເຫັນການຖືການພັດທະນາຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດເປັນສຳຄັນ.

        ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງ 2 ປະເທດ; ສົມທົບກັນປະຕິບັດບັນດາຖະແຫຼງການຮ່ວມ, ສັນຍາ, ຂໍ້ຕົກລົງຮ່ວມມືໃຫ້ເປັນຢ່າງດີ, ພິເສດແມ່ນຂໍ້ສະຫຼຸບທີ່ບັນດາການພົບປະຫວ່າງມໍ່ໆມານີ້ລະຫວ່າງການນຳຂັ້ນສູງ 2 ປະເທດ.

        ການນຳ 2 ທ່ານກໍ່ຖືວ່າ, ຕ້ອງຮ່ວມມືກັນຄຸ້ມຄອງເສັ້ນຊາຍແດນໃຫ້ໝັ້ນຄົງ, ປອດໄພ, ຕ້ານອາດຊະຍາກຳ, ປົກປ້ອງໝາກຜົນການປັກຫຼັກໝາຍຖີ່ທີ່ບັນລຸໄດ້, ຍູ້ໄວຄວາມຄືບໜ້າການປັກລັກໝາຍຖີ່ 16% ທີ່ຍັງເຫຼືອ, ໃນນັ້ນ, ໃຫ້ບຸລິມະສິດແກ້ໄຂ 6% ເສັ້ນຊາຍແດນກ່ຽວຂ້ອງເຖິງການແລກປ່ຽນທີ່ດິນ. ກ່ຽວກັບການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, 2 ຝ່າຍສືບຕໍ່ທາບທາມຄວາມເຫັນກ່ຽວກັບບັນດາບັນຫາຍຸດທະສາດ, ຄວາມໝັ້ນຄົງ - ການພັດທະນາຢູ່ພາກພື້ນ ກໍຄືຂອງແຕ່ລະປະເທດ; ຢືນຢັນບົດບາດໃຈກາງຂອງ ອາຊຽນ ໃນບັນດາບັນຫາຢູ່ພາກພື້ນ, ພ້ອມກັນຖືສູງຫຼັກໝັ້ນ, ຫຼັກການລວມຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ