ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງໄດ້ພົບປະທາງການທູດທີ່ສຳຄັນຄັ້ງຕ່າງໆຢູ່ອາເມລິກາ

ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງໄດ້ພົບປະທາງການທູດທີ່ສຳຄັນຄັ້ງຕ່າງໆຢູ່ອາເມລິກາ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ​ພົບ​ປະ​ກັບ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ

 (vovworld)- ວັນ​ທີ 2/9 ຕາມ​ເວ​ລາ​ຫວຽດ​ນາມ, ​ຢູ່ນອກກອງ​ປະ​ຊຸມ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 4 ຈັດ​ຂຶ້ນ​ຢູ່ ນິວຢອກ ສະ​ຫະ​ລັດ​ອາ​ເມ​ລິ​ກາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ວິດ, ປະ​ທານ ກອງ​ປະ​ຊ​ຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 69 ແລະ ປະ​ທານກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 70. ເມື່ອ​ແລກ​ປ່ຽນ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ, ທ່ານ Sam Kalama Kutesa, ປະ​ທານກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 69  ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກໍ​ຄື​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ຂອງ​ຫວຽດ​ນາມ. ໃນ​ການ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ວິດ Urban Ahlin, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຂອບ​ອົກ​ຂອບ​ໃຈ​ການ​ຫນູນ​ຊ່ວຍ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ ສະ​ວິດ ເພື່ອ​ໃຫ້​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ໃຫຍ່ IPU 132 ເມື່ອ​ເດືອນ 3/2015 ຢູ່ ຮ່າ​ໂນ້ຍ ສຳ​ເລັດ​ຜົນ​. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງຽນ​ຊີ​ງ​ຮຸ່ງ ປາດ​ຖະ​ຫນາ​ຢາກ ສະ​ວິດ ຈະ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ​ເຫນືອ. ຫວຽດ​ນາມ ພ້ອມ​ແລ້ວ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ສະ​ວິດ ເປີດກວ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ. ທີ່​ການ​ພົບ​ປະ​ກັບ​ປະ​ທານກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 70, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ອວຍ​ພອນ ທ່ານ Mogens Lykketoft ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 70 ແລະ ປາດ​ຖະ​ຫນາ ເນື້ອ​ໃນ​ຈິດ​ໃຈ​ຂອງ​ຖະ​ແຫລງ​ການ​ ຮ່າ​ໂນ້ຍ ຈະ​ຖືກ​ສ່ອງ​ແສງ​ໃນ​ເອ​ກະ​ສານ​ຂອງກອງ​ປະ​ຊຸມ​ສຸດຍອດ ສ​ປ​ຊ ເມື່ອ​ຮັບ​ຮອງ​ເອົາ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​ຫລັງ​ປີ 2015.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ໄດ້​ຕ​ອ້ນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊີ​ຣີ Mohamad Jihad Allaham ແລະ ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ Ana Maria Machado Mari.

 

 

ຂ່າວ/ບົດ​ອື່ນ