ທ່ານຫງວຽນຊວນຟຸກພົບປະກັບອະດີດເລຂາທິການໃຫຍ່,ປະທານປະເທດລາວແລະອະດີດນາຍົກລັດຖະມົນຕີລາວ

ທ່ານຫງວຽນຊວນຟຸກພົບປະກັບອະດີດເລຂາທິການໃຫຍ່,ປະທານປະເທດລາວແລະອະດີດນາຍົກລັດຖະມົນຕີລາວ - ảnh 1
ທ່ານ​ນາ​ຍົກລັດຖະມົນຕີ  ຫງວຽນ​ຊວນ​ຟຸກ ​​ຢ້ຽມຢາມ​ຖາມ​ຂ່າວ
​ອະດີດເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ ຈຸມມະ​ລີ ​ໄຊ​ຍະ​ສອນ 


(vovworld) – ​ ຕອນ​ບ່າຍ​ວັນ​ທີ 08/09, ຢູ່​ນະຄອນຫລວງ ວຽງ​ຈັນ, ປະ​ເທດ ລາວ, ພາຍຫລັງ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28-29 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ​ໄດ້​ອັດ​ລົງ, ທ່ານ​ນາ​ຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​​ໄດ້​​ໄປຢ້ຽມຢາມ​ຖາມ​ຂ່າວ​ອະດີດເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ແຫ່ງ ສປປ.ລາວ ຈຸມມະ​ລີ ​ໄຊ​ຍະ​ສອນ ​ແລະ ອະດີດ​ນາຍົກລັດຖະມົນຕີ​ແຫ່ງ ສປປ.ລາວ ທອງ​ສິງ ທຳ​ມະ​ວົງ. ທ່ານ​ນາຍົກລັດຖະມົນຕີ ຫວຽນ​ຊວນ​ຟຸກ ມີ​ຄວາມ​ພາກພູມ​ໃຈ​ເມື່ອ​ໄດ້​ພົບກັບ​ອະດີດ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈຸມມະ​ລີ ​ໄຊ​ຍະ​ສອນ; ຢືນຢັນທັດສະນະ​ສະ​​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິມະສິດ​ສູງ​ສຸດ​ໃຫ້ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊົມ​ເຊີຍ ລາວ ຈັດ​ຕັ້ງ​ສຳ​ເລັດ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງຢ່າງ​ຈົບງາມ, ສຳ​ເລັດ​ໜ້າ​ທີ່​ຮັບຜິດຊອບ​ເປັນ​ປະທານ ອາ​ຊຽນ 2016, ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ຕໍ່ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື​ຕ່າງໆ.

        ທີ່​ການ​ພົບ​ປະ​ກັບ​ອະດີດ​ນາຍົກລັດຖະມົນຕີ ລາວ ທອງສິງ ທຳ​ມະ​ວົງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ອະດີດ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້ຫວນ​ຄືນບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ສາຍ​ພົວພັນ​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ ມີ​ການ​ປະຕິບັດ​ສັນຍາ​ຮ່ວມ​ມື ຫວຽດນາມ - ລາວ ​ໄລຍະ 2011 – 2015 ຢ່າງ​ມີ​ໄຊ ​ແລະ ບັນລຸ​ໄດ້​ຈຸດໝາຍ​ສຳຄັນ​ຫລາຍ​ຢ່າງ​ ໃນຍຸດ​ທະ​ສາດ​ຮ່ວມ​ມື​​ດ້ານ​ເສດຖະກິດ, ວັດທະນະທຳ, ​ວິ​ທະຍາ​ສາດ - ​ເຕັກນິກ ຫວຽດນາມ - ລາວ ​ໄລຍະ 2011 – 2020. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ: ອະດີດ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ບັນດາ​ອະດີດ​ການ​ນຳ ລາວ ສືບ​ຕໍ່​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ ກ່ວາ​ອີກ.


ຂ່າວ/ບົດ​ອື່ນ