ທ່ານຮອງນາຍົກ ລັດຖະມົນຕີ ຟ້າມບິງມິນ ເຂົ້າຮ່ວມພິທີມອບ ໂຮງຮຽນໃຫ້ນັກຮຽນທຸກຍາກ

ທ່ານຮອງນາຍົກ ລັດຖະມົນຕີ ຟ້າມບິງມິນ ເຂົ້າຮ່ວມພິທີມອບ ໂຮງຮຽນໃຫ້ນັກຮຽນທຸກຍາກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຟ້າ​ມບິງ​ມິງ ​
​ເຂົ້າ​ຮ່ວມ​ພິທີ​ມອບໂຮງຮຽນ​ໃຫ້​ນັກຮຽນ​ທຸກ​ຍາກ
(ພາບ: vietnamplus.vn)


(vovworld) - ​​ ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຟ້າ​ມບິງ​ມິງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບໂຮງຮຽນ​ໃຫ້​ນັກຮຽນ​ທຸກ​ຍາກ, ນັ້ນ​ແມ່ນ​ໂຮງຮຽນ​ຢູ່​ບ້ານ ບໍ໋ລ໋ວາ, ຕາ​ແສງ ຢາ​ບຈູງ, ​​ເມືອງ ບັ໋ກ​ເມ, ​ແຂວງ​ຮ່າ​ຢາງ. ນີ້​ແມ່ນ​ກິດຈະກຳ​ໂດຍ​ກຳມະບານ​ກະຊວງ​ການ​ຕ່າງປະ​ເທດ​ອຸປະຖຳ​ກໍ່ສ້າງ ດ້ວຍ​ຈຳນວນ​ເງິນ 350 ລ້ານ​ດົງ. ​ເນື່ອງ​ໃນ​ໂອກາດ​ນີ້, ກຳມະບານ​ກະຊວງ​ການ​ຕ່າງປະ​ເທດ ຍັງ​ມອບ​ຈຳນວນ​ເງິນ 50 ລ້ານ​ດົງ ​ເພື່ອ​ໃຫ້​ໂຮງຮຽນ​ຊື້​ໂຕະ​ຕັ່ງ, ​ເຄື່ອງ​ອຸປະກອນ​ຮັບ​ໃຊ້​ການ​ສິດ​ສອນ. ​ເມື່ອ​ກິດຈະກຳ​ນຳ​ເຂົ້າ​ໃຊ້​ການ ຈະ​ປະກອບ​ສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ໃນ​ບໍລິ​ເວນ​​ເມືອງ ບັ໋ກ​ເມ. ກ່າວ​ຄຳ​ເຫັນ​ທີ່​ພິທີ ​ໃນ​ວັນ​ທີ 22/04, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ປາດ​ຖະໜາ​ວ່າ, ບັນດາ​ຄູ​ອາຈານ ​ແລະ ນັກຮຽນ​​ແຂວງ​ຮ່າ​ຢາງ ​ເວົ້າ​ລວມ, ບ້ານ ບໍ໋ລ໋ວາ, ຕາ​ແສງ ຢາ​ບຈູງ ​ເວົ້າ​ສະ​ເພາະ ຈະ​ສາ​ມັກ​ຄີ, ຜ່ານ​ຜ່າຄວາມ​ຫຍຸ້ງຍາກ​ເພື່ອຕິດ​ພັນ​ກັບ​ໂຮງຮຽນ, ​ກາຍ​ເປັນ​ແບບຢ່າງ​ທີ່ດີ​ເດັ່ນ​ກ່ຽວ​ກັບ​ວຽກ​ງານ​ພັດທະນາ​ການ​ສຶກສາ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ຂ່າວ/ບົດ​ອື່ນ