ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮວ່າບິ່ງ ເຮັດວຽກຢູ່ແຂວງລາຍເຈົາ

(VOVWORLD) - ວັນທີ 25 ກັນຍາ, ຄະນະປະຕິບັດງານຂອງລັດຖະບານ ໂດຍ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮວ່າບິ່ງ ເປັນຫົວໜ້າຄະນະ, ໄດ້ເຮັດວຽກວຽກກັບການນຳແຂວງລາຍເຈົາ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮວ່າບິ່ງ ເຮັດວຽກຢູ່ແຂວງລາຍເຈົາ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮວ່າບິ່ງ ເຮັດວຽກຢູ່ແຂວງລາຍເຈົາ (ພາບ: VGP)

ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນປີ 2016  ແລະ 9 ເດືອນຕົ້ນປີ 2017 ໃນບໍລິເວນແຂວງ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮວ່າບິ່ງ ສະເໜີໃຫ້ແຂວງລາຍເຈົາ ຈົ່ງນຳໃຊ້ບັນດາຄວາມສາມາດບົ່ມຊ້ອນທ່າໄດ້ປຽບກ່ຽວກັບທີ່ດິນ, ຊັບພະຍາກອນປ່າໄມ້, ແຮງງານ, ການທ່ອງທ່ຽວ, ດຶງດູດບັນດານັກລົງທຶນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ກໍ່ສ້າງພື້ນຖານໂຄງລ່າງ; ປະຕິບັດວຽກງານບົວລະບັດປົກປັກຮັກສາປ່າໄມ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ