ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ຈະໄປ​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່ ກຸຍ​ບາ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G77 ແລະ ຈີນ

(VOVWORLD) - ການຢ້ຽມຢາມ ແລະ ເຮັດວຽກຢູ່ ກຸຍບາ ຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະດຳເນີນກົງກັບເວລາ ຫວຽດນາມ ແລະ ກຸຍບາ ພ້ອມກັນສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານ Fidel Castro Ruz ມາຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ (12-17/9/1973).
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ຈະໄປ​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່ ກຸຍ​ບາ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G77 ແລະ ຈີນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ (ພາບ: laodong.vn)

ໂດຍໄດ້ຮັບຄຳເຊື້ອເຊີນຂອງ ລັດຖະບານ ກຸຍບາ, ປະທານກຸ່ມບັນດາປະເທດພວມພັດທະນາ (G77) ແລະ ຈີນ ໃນປີ 2023, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G77 ແລະ ຈີນ, ໄປຢ້ຽມຢາມ ເຮັດວຽກຢູ່ ກຸຍບາໃນລະຫວ່າງວັນທີ 15 – 18 ກັນຍາ.

ການຢ້ຽມຢາມ ແລະ ເຮັດວຽກຢູ່ ກຸຍບາ ຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະດຳເນີນກົງກັບເວລາ ຫວຽດນາມ ແລະ ກຸຍບາ ພ້ອມກັນສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານ Fidel Castro Ruz ມາຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ (12-17/9/1973). ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ເລແທັງຕຸງແລ້ວ, ໃນສະພາບການກຸຍບາຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ກ່ຽວກັບດ້ານເສດຖະກິດ ສັງຄົມ, ການຢ້ຽມຢາມຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເປັນການພິສູດໃຫ້ເຫັນຢ່າງ ນ້ຳໃຈສາມັກຄີ, ການສະໜັບສະໜູນຂອງ ຫວຽດນາມ ທີ່ສະຫງວນໃຫ້ແກ່ກຸຍບາ ໃນແນວໂຮມການຕ່າງປະເທດ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດໃນສາກົນ ຜ່ານການຈັດຕັ້ງສຳເລັດກອງປະຊຸມສຸດຍອດ ກຸ່ມ G77 ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ