ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ

(VOVWORLD) - ນີ້ແມ່ນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງທີ 3 ຂອງທ່ານ ສີຈິ້ນຜິງ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່, ປະທານປະເທດ ຈີນ, ສອງຄັ້ງກ່ອນແມ່ນໃນປີ 2015 ແລະ 2017. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່ ພັກກອມມູນິດ ຈີນ, ປະທານປະເທດ ຈີນ ສີຈິ້ນຜິງ (ພາບ: AFP/TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ແລະ ພັນລະຍາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ວັນທີ 12 ທັນວາ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຈີນ, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ພັນລະຍາ ມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການ

ນີ້ແມ່ນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງທີ 3 ຂອງທ່ານ ສີຈິ້ນຜິງ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່, ປະທານປະເທດ ຈີນ, ສອງຄັ້ງກ່ອນແມ່ນໃນປີ 2015 ແລະ 2017. ການຢ້ຽມຢາມ ໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 15 ປີແຫ່ງວັນ ຫວຽດນາມ ແລະ ຈີນ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2008 - 2023). ນັບແຕ່ນັ້ນມາ ຮອດປັດຈຸບັນ, ການພົວພັນສອງປະເທດນັ້ບມື້ນັບພັດທະນາຕາມທິດທີ່ແທດຈິງ, ມີປະສິດທິຜົນ ດ້ວຍຜົນສຳເລັດທີ່ພົ້ນເດັ່ນຫຼາຍຢ່າງໃນຫຼາຍຂົງເຂດ. ທ່ານ ນົງດຶກລາຍ, ທູດການຄ້າ ຫວຽດນາມ ປະຈຳ ຈີນ ໃຫ້ຮູ້ວ່າ:

ຫວຽດນາມ - ຈີນ ແມ່ນສອງປະເທດ ບ້ານໃກ້ເຮືອນຄຽງ ມີເສັ້ນຊາຍແດນຮ່ວມກັນ, ມີລະບົບການເມືອງທີ່ຄ້າຍຄືກັນ ແລະ ຄວາມໃກ້ຊິດທາງດ້ານ ວັດທະນະທຳສັງຄົມ, ພິເສດແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ ແລະ ມໍ່ໆມານີ້ ແມ່ນການຢ້ຽມຢາມຈີນ ຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ (ເດືອນ ຕຸລາ 2022), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ເດືອນ ມິຖຸນາ 2023) ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແມ່ນພື້ນຖານ, ປະຖົມປັດໄຈສຳຄັນເພື່ອເຮັດໃຫ້ການຮ່ວມມືດ້ານເສດຖະກິດ - ການຄ້າສອງປະເທດ ມີການພັດທະນາຢ່າງແຮງກ່ວາເກົ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ