ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເຂົ້າຮ່ວມ “ວັນບຸນມະຫາສາມັກຄີີທົ່ວປວງຊົນທັງຊາດ” ຢູ່ແຂວງດັກລັກ

(VOVWORLD) -ຕອນເຊົ້າວັນທີ 11 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ “ວັນບຸນມະຫາສາມັກຄີີທົ່ວປວງຊົນທັງຊາດ” ຢູ່ເຂດຊຸມຊົນ ໂດຍຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ແລະ ທ້ອງຖິ່ນ ຈັດຕ້ັງຂຶ້ນຢູ່ເມືອງ Krong Ana, ແຂວງດັກລັກ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເຂົ້າຮ່ວມ “ວັນບຸນມະຫາສາມັກຄີີທົ່ວປວງຊົນທັງຊາດ” ຢູ່ແຂວງດັກລັກ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງມອບຂອງຂວັນໃຫ້ແກ່ ບັນດາຄອບຄົວດີເດັ່ນ (ພາບ: laodong.vn)

ເມື່ອມາຢ້ຽມຢາມ ແລະ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່່ວປວງຊົນທັງຊາດ ກັບພໍ່ແມ່ພີ່ນ້ອງບັນດາເຜົ່າ ຕາແສງ Dur Kmal, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຕາແສງ Dur Kmal, ເມືອງ Krong Ana ມີການປ່ຽນແປງໃໝ່ ແລະ ພັດທະນາຄືໃນປັດຈຸບັນ ແມ່ນຍ້ອນມີຄວາມສາມັກຄີກັນເປັນຈິດໜຶ່ງໃຈດຽວ, ມານະພະຍາຍາມສູ້ຊົນຢ່າງບໍ່ຢຸດຢັ້ງຂອງພໍ່ແມ່ພີ່່ນ້ອງບັນດາເຜົ່າ. ທ່ານ ຫງວຽນຝູຈ້ອງ ປາດຖະໜາວ່າ ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ຕາແສງ Dur Kmal, ເມືອງ Krong Ana ຈົ່ງສືບຕໍ່ຜັນຂະຫຍາຍບັນດາແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ຢ່າງມີປະສິດທິຜົນ; ທ່ານຍັງຢັ້ງຢືນວ່າ ສູນກາງ ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ ທ້ອງຖິ່ນແຫ່ງຕ່າງໆສ້າງສາ, ພັດທະນາ, ນັບທັງສະໜອງແຫຼ່ງກໍາລັງດ້ານວັດຖຸ, ແບ່ງປັນບົດຮຽນ, ບໍາລຸງສ້າງພະນັກງານ, ຊອບແວວິທະຍາສາດ - ເຕັກນິກ..... ແລະ ອື່ນໆ. ເມື່ອເນັ້ນໜັກເຖິງຄວາມຈໍາເປັນຕ້ອງເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ເຊື່ອໝັ້ນວ່າ ດ້ວຍນໍ້າໃຈສາມັກຄີ, ສາມັກຄີ, ມະຫາສາມັກຄີ, ແນ່ນອນວ່າ ຕາແສງ Dur Kmal ຈະປະສົບຜົນສໍາເລັດ.

   ກ່ອນໜ້ານັ້ນ, ວັນທີ 10 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ມີການເຮັດວຽກກັບຄະນະປະຈໍາຄະນະພັກແຂວງດັກລັກ ກ່ຽວກັບສະພາບການເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການກໍ່ສ້າງພັກຂອງແຂວງ. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກໍຕີລາຄາສູງຄວາມມານະພະຍາຍາມຂອງແຂວງ ກ່ຽວກັບການປະຕິບັດບັນດາຄາດໝາຍ ຂອງ ມະຕິກອງປະຊຸມໃຫຍ່ຄະນະພັກແຂວງໃນກາງສະໄໝ. ໃນນັ້ນ ມີຫຼາຍເປົ້າໝາຍບັນລຸໄດ້ລະດັບສູງ ເມື່ອທຽບໃສ່ຜົນສະເລ່ຍຂອງທົ່ວປະເທດ. ສິ່ງທີ່ເປັນໜ້າປະທັບໃຈນັ້ນແມ່ນ ລະດັບເຕີບໂຕເສດຖະກິດ, ມູນຄ່າຜະລິດກະສິກໍາ, ລາຍຮັບງົບປະມານ, ໂຄງປະກອບພື້ນຖານໂຄງລ່າງ, ການສຶກສາ, ການແກ້ໄຂບັນຫາຊາວອົບພະຍົບແບບຊະຊາຍ, ວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ຮັກສາຄວາມເປັນລະບຽບຮຽບຮ້ອຍດ້ານການເມືອງ, ຄວາມສະຫງົບປອດໄພໃນສັງຄົມ.

        ພ້ອມກັນນັ້ນ, ທ່ານ ຫງວຽນຝູຈ້ອງ ກໍໄດ້ໃສ່ໃຈວ່າ ແຂວງດັກລັກ ຄວນເປັນເຈົ້າການໃນການປະຕິບັດການສໍາຫຼວດກວດກາຄືນ ຕິດພັນກັບການວາງແຜນຜັງໃຫ້ເປັນຢ່າງດີ, ກະກຽມບຸກຄະນລາກອນໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ອາຍຸການ 2020 – 2025 ໃຫ້ເປັນຢ່າງດີ; ສົມທົບກັບບັນດາກະຊວງ, ຂະແໜງການ ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ ເພື່ອສ້າງແຂວງດັກລັກໃຫ້ກາຍເປັນໃຈກາງຂອງໄຕງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ