ທ່ານເລຂາທິການໃຫຍ່ພັກ ກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດກຳປູເຈຍ

ທ່ານເລຂາທິການໃຫຍ່ພັກ ກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດກຳປູເຈຍ - ảnh 1

ທ່ານເລຂາທິການໃຫຍ່ພັກ ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ
ຕ້ອນຮັບປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ
(ພາບ: TTXVN)
  

(vovworld)- ຕອນ​ບ່າຍ​ວັນ​ທີ 19/8, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກ ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ໂດຍ​ສົມ​ເດັດ ​ເຮັງ​ຊອມ​ຣິງ,ປະທານສະພາແຫ່ງຊາດ, ປະທານ​ກິ​ຕິ​ມະ​ສັກ​ພັກ​ປະຊາຊົນ​ກຳປູ​ເຈຍ. ທ່ານ​ປະທານສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ເຮັງ​ຊອມຣິງຢືນຢັນ​ວ່າ ກຳປູ​ເຈຍຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ຫວຽດນາມ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາຍ​ພົວພັນມິດຕະພາບ​ທີ່​ເປັນມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ສ່ວນ ທ່ານເລຂາທິການໃຫຍ່ພັກ ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ຢືນຢັນ​ວ່າ ຫວຽດນາມ​ຍາມ​ໃດກໍ​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ດັບ​ດັບ​ໜຶ່ງ​​ໃຫ້​ແກ່​ການ​ປັບປຸງ  ​ແລະ ຂະຫຍາຍ​ ສາຍ​ພົວພັນມິດຕະພາບ​ທີ່​ເປັນມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ- ກຳປູ​ເຈຍ​ ​ແລະ ຖື​ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ຊາດ, ຄວນ​ໄດ້​ຮັບ​ການ​ຮັກສາ​ໄວ້​ໃຫ້​ຄົນ​ລຸ່ນຫຼັງ. ທ່ານເລຂາທິການໃຫຍ່ພັກ ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ 2 ​ປະ​ເທດ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ  ຫວັງ​ວ່າ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ 2 ສະພາ​ແຫ່ງ​ຊາດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ...ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນສາມັກຄີ ມິດຕະພາບ​ທີ່​ເປັນມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ- ກຳປູ​ເຈຍ​ຍິ່ງ​ເລິກ​ເຊິ່ງຂຶ້ນ​ຕື່ມ.

ກ່ອນນັ້ນໃນວັນທີ 18/08, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອ​ງ​ເຕີນ​ຊາງ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Samdech Heng Samrin ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາວ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ​ກໍ່​ສະໜັບສະໜູນ​ລາຊະ​ອານາຈັກ​ກຳປູ​ເຈຍ ວັດ​ຖະນາ​ຖາວອນ ​ແລະ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ອາ​ຊຽນ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້ 2 ຝ່າຍ ສືບຕໍ່ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື ການ​ສຶກສາ, ສາທາລະນະ​ສຸກ, ຍົກ​ສູງ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 5 ຕື້ USD ​ໃນ​ປີ 2015, ພ້ອມ​ກັນ​ນັ້ນຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

    ​ແລະ ກໍ່​ໃນ​ຕອນບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານປະທານສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Samdech Heng Samrin ​ເຊັ່ນ​ດຽວ​ກັນ. ​ໃນ​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ສືບ​ຕໍ່ຄວາມ​ມານະ​ພະຍາຍາມ​ລວມຂອງ 2 ຝ່າຍ ​ໃນ​ການວາງ​ແຜນ ​ແລະ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ​ລະຫວ່າງ 2 ປະ​ເທດ​ບົນ​ຈິດ​ໃຈ​ມິດຕະພາບ, ສຸດ​ຈິດ​ສຸດ​ໃຈ, ຖືກ​ຕາມ​ກົດໝາຍ​ຂອງ 2 ປະ​ເທດ ​ແລະ ຕາ​ມກົດ​ໝາ​ຍ​ສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ່​ປາດ​ຖະໜາ​ວ່າ ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ສະໜັບສະໜູນ​ການ​ແກ້​ໄຂກ່ຽວ​ກັບ​ຖານະ​ດ້ານ​ກົດໝາຍ​ໃຫ້​ປະຊາ​ຄົມຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ​ຢູ່ກຳ​ປູ​ເຈຍ, ​ສອດຄ່ອງ​ກັບ​ກົດໝາຍ​ຂອງ​ກຳປູ​ເຈຍ, ປະກອບສ່ວນ​ຊ່ວຍ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ກຳ​ປູ​​ເຈຍ ​ເຊື່ອມ​ຕົວ​ເຂົ້າກັບ​ສັງຄົມ​ປະຈຳ​ຖິ່ນ, ປະກອບສ່ວນ​ເຂົ້າ​ໃນ​ການພັ​ດທະນາ​ຂອງ​ກຳປູ​ເຈຍ ກໍ່​ຄື​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ່​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ຊອກ​ຫາ, ທ້ອນ​ໂຮມອັດຖິ​ທະຫານອາສາ​ສະໝັກຫວຽດນາມ ເສຍສະຫຼະຊີວິດ ຢູ່ກຳ​ປູ​ເຈຍ 5.000 ຊຸດກັບ​ເມືອ​ປະ​ເທດ; ສະ​ເໜີ​ການ​ສະ​ໜັບສະ​ໜູນ​ເລື່ອງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ລະບຽບການ​ມອບ​ດິນ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ ທີ່​ພວມ​ລົງທຶນປູກ​ຕົ້ນ​ໄມ້​ອຸດສາຫະກຳ​ຢູ່ກຳ​ປູ​ເຈຍ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ມີ​ຄວາມ​ອຸ່ນ​ອ່ຽງ​ໃຈ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໄລຍະ​ຍາວ. ກ່ຽວ​ກັບ​ເລື່ອງ​ທີ່​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ມີ​ບຸກຄົນ​ຈຳນວນ​ໜຶ່ງ​ຂຶ້ນ​ກັບ​ອົງການ Khme Krom ມີ​ການ​ກະທຳ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ຫວຽດນາມ, ພິ​ເສດ​ແມ່ນ​ການຈູດ​ເຜົາ​ທຸງຊາດ​ຫວຽດນາມ ທີ່ກໍ່​ຜົນ​ເສຍ​ຫາຍ​ເຖິງ​ນ້ຳ​ໃຈ​ຂອງ​ປະຊາຊົນຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ວ່າ ສະພາ​ແຫ່ງ​ຊາດ, ລັດຖະບານ​ກຳປູ​ເຈຍ ມີ​ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມ​ເພື່ອ​ສະກັດ​ກັ້ນ, ບໍ່​ປະ​ໃຫ້​ເກີດ​ການ​ກະທຳ​ເຊັ່ນ​ດ່ຽວ​ກັນອີກ.

ຂ່າວ/ບົດ​ອື່ນ