ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຈລະຈາກັບທ່ານເລຂາທິການໃຫຍ່ປະທານປະເທດລາວບຸນຍັງວໍລະຈິດ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຈລະຈາກັບທ່ານເລຂາທິການໃຫຍ່ປະທານປະເທດລາວບຸນຍັງວໍລະຈິດ - ảnh 1
ທ່ານ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ ບຸນ​ຍັງ ວໍລະ​ຈິດ
 ດຳ​ເນີນ​ການ​ເຈລະຈາ​ຢູ່​ສຳນັກ​ງານປະທານ​ປະ​ເທດ

(vovworld) - ​ ​ ຕອນ​ເຊົ້າ​ວັນ​ທີ 24/11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ​ຈ້ອງ ພ້ອມ​ກັບ​ຄະນະ​ຜູ້​​ແທນ​ຂັ້ນ​ສູງ ຫວຽດນາມ ມາ​ຮອດ​ນະຄອນຫລວງ ວຽງ​ຈັນ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ ລາວ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ປະຊາຊົນ​ປະຕິບັດ ລາວ, ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ບຸນ​ຍັງ ວໍລະ​ຈິດ. ພິທີ​ຕ້ອນຮັບທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໄດ້​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ສຳນັກງານ​ປະທານ​ປະ​ເທດ​ຕາມ​ພິທີການສູງ​ສຸດ​ທີ່​ສະຫງວນ​​ໃຫ້​ປະມຸກ​ລັດ. ພາຍຫລັງ​ພະ​ທີ​ຕ້ອນຮັບ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ດຳ​ເນີນ​ການ​ເຈລະຈາ​ຢູ່​ສຳນັກ​ງານປະທານ​ປະ​ເທດ. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ໂດຍ​ຖື​ວ່າ ​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ປະຈຸ​ບັນ ຄວາມ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອ​ງ​ແຕ່ລະ​ປະ​ເທດ, ກໍ່​ຄື​ຄວາມ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ການ​ພົວພັນ​ພິ​ເສດ ຫວຽດນາມ - ລາວ ​ແມ່ນ​ປະຖົມປັດ​ໃຈ​ສຳຄັນ ບໍ່​ອາດ​ປ່ຽນ​ແທນ​ໄດ​້ສຳລັບ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ. ການ​ນຳ 2 ທ່ານ​ໄດ້​ແລກປ່ຽນ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ໃຫຍ່​ພັດທະນາ​ການ​ພົວພັນ 2 ປະ​ເທດ ​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ກໍ່​ເນັ້ນ​ໜັກ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ; ​ເພີ່ມ​ທະວີ​ການ​ເຊື່ອມ​​ຕໍ່ 2 ພື້ນຖານ​​ເສດຖະກິດ; ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ - ບຳລຸງສ້າງ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ ​ເພີ່ມ​ທະວີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ນຳ​ກັນ​ໃນ​ບັນດາ​​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ພິ​ເສດ​ແມ່ນ​ສະຫະ​ປະຊາ​ຊາດ, ອາ​ຊຽນ ​ແລະ ບັນດາ​ກົນ​ໄກ​ຮ່ວມ​ມື​ອະນຸ​ພາກ​ພື້ນ ສົມທົບ​ກັນ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ຢູ່​ແມ່​ນ້ຳຂອງ​ຢ່າງ​ມີ​ປະສິດທິ​ຜົນ ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ແຄມ​ແມ່​ນ້ຳຂອງ ​ແລະ ຈຸດໝາຍ​ພັດ​ທະນະ​ແບບ​ຍືນ​ຍົງ​ຂອງ​ລົ່ງ​ແມ່​ນ້ຳ​ຢ່າງ​ກົມ​ກຽວ. ການ​ນຳ 2 ທ່ານ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ໃນ​ການ​ຮັກສາ​ສັນຕິສັນ​, ສະ​ຖຽນລະ​ພາບ, ຄວາມ​ໝັ້ນຄົງ, ຄວາມປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເຫັນ​ດີ​ເປັນ​ເອກະ​ພາບ​​ເພີ່ມ​ທະວີ​ຄວາມ​ສາ​ມັກ​ຄີ ອາ​ຊຽນ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ; ຊຸກຍູ້​​ແກ້​ໄຂບັນດາ​ການ​ຂັດ​ແຍ້​ງກັນ​​ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ເຄົາລົບ​ກົດໝາ​ຍສາກົນ.​

        ທີ່​ການ​ເຈລະຈາ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປະກາດວ່າ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຕົກລົງ​ມອບ​ໃຫ້​ພັກ, ລັດ ​ແລະ ປະຊາຊົນ ລາວ ກິດຈະກ​ຳຫໍ​ສະພາ​ແຫ່ງ​ຊາດ​ຢູ່​ເດີນ​ທາດຫລວງ ​ໃຈກາງ​ນະຄອນຫລວງ ວຽງ​ຈັນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ມອບ​ໃຫ້​ແຂວງ ​ບໍລິ​ຄຳ​ໄຊ ກິດຈະກຳ​​ໂຮງຮຽນ​ແຫ່ງ​ໜຶ່ງ.

ຂ່າວ/ບົດ​ອື່ນ