ນັກກິລາ 1900 ຄົນ ມາຈາກ 39 ປະເທດ ຈະເຂົ້າຮ່ວມ VietNam Trail Marathon 2019

(VOVWORLD) -ລາຍການ Vietnam Trail Marathon 2019 ແມ່ນລາຍການແຂ່ງຂັ້ນແລ່ນຕາມທາງຊອຍເປັນຄັ້ງທຳອິດໄດ້ຈັດຂຶ້ນຢູ່ ມົກເຈົາ ແຂວງ ເຊີນລາ ໂດຍມີການເຂົ້າຮ່ວມຂອງ ນັກກິລາ 1900 ຄົນ ມາຈາກ 39 ປະເທດ. 

ເຫດການນີ້  ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ມັງກອນປີ 2019 ໂດຍ ບໍລິສັດ Topas ສົມທົບກັບຄະນະກຳມະການປະຊາຊົນເມືອງ ມົກເຈົາ ຈັດຕັ້ງ.

Topas ແມ່ນຫົວຫນ່ວຍຕິດພັນກັບ  Vietnam Trail Marathon ແມ່ນຫນຶ່ງໃນບັນດາລາຍການແຂ່ງຂັນແລ່ນຕາມທາງຊອຍຄັ້ງ ໃຫຍ່ກວ່າໝູ່ຢູ່ ອາຊີ.

ເຂົ້າຮ່ວມລາຍການ Vietnam Trail Marathon, ບັນດານັກກິລາ ຈະແຂ່ງຂັນ ແລ່ນໃນເສັ້ນທາງມີຄວາມຍາວແຕ່ 10- 70 ກິໂລແມັດ.

ຕອບກັບ

ຂ່າວ/ບົດ​ອື່ນ