ນັກຂ່າວພາຍໃນປະເທດແລະສາກົນກຽມພ້ອມໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ

ນັກຂ່າວພາຍໃນປະເທດແລະສາກົນກຽມພ້ອມໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ - ảnh 1
ມີ​ນັກ​ຂ່າວ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ປະ​ມານກວ່າ 800 ຄົນ ຈະ​ເຂົ້າ​ຮ່ວມ​ການໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​
ພາບ:vnnonline

(vovworld)- ມີ​ນັກ​ຂ່າວ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ປະ​ມານກວ່າ 800 ຄົນ ຈະ​ເຂົ້າ​ຮ່ວມ​ການໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ທ່ານ Kazuomi Shimizu, ​ຫົວ​ຫນ້າ​ ສຳ​ນັກ​ຂ່າວສານ NHK ​ຍີ່​ປຸ່ນ ສາ​ຂາປະ​ຈຳ ຫວຽດ​ນາມ ໃຫ​້​ຮູ້​ວ່າ: ນີ້​ເປັນ​ຄັ້ງ​ທຳ​ອິດ ທ່ານ​ໄດ້​ເຂົ້າ​ຮ່ວມການ​ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ກ່ອນ​ທີ່ດຳ​ເນີນກອງ​ປະ​ຊຸມ​ໃຫຍ່, ທ່ານ​ພ້ອມ​ກັບ​ບັນ​ດາ​ຜູ້​ຮ່ວມ​ງານ ໄດ້​ໃຫ້​ຂ່າວ, ບົດ​ຫລວງ​ຫລາຍ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ກະ​ກຽມ ກໍ​ຄື ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ບັນ​ດາ​ບັນ​ຫາ​ຊຶ່ງ​ທ່ານ ແລະ ນັກ​ຂ່າວ​ຫລາຍ​ຄົນ​ຂຶ້ນ​ກັບ​ບັນ​ດາ​ອົງ​ການ​ສຳ​ນັກ​ຂ່າວ​ສານ​ສາ​ກົນ ​ມີ​ຄວາມສົນ​ໃຈໃນ​ກອງ​ປະ​ຊຸມ​ຄັ້ງນີ້ ນັ້ນ​ແມ່ນ ແນວ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        “ນັກ​ຂ່າວ​ຕ່າງ​ປະ​ເທດ​ສົນ​ໃຈ​ເຖິງ 2 ບັນ​ຫາ. ທີ​ຫນຶ່ງ ແມ່ນ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​​ດ້ານເສດ​ຖະ​ກິດ. ທີ​ສອງ ແມ່ນ​ບັນ​ຫາ​ທ​ະ​ເລ​ຕາ​ເວັນ​ອອກ. ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ນັບ​ມື້​ນັບ​ສັບ​ສົນ​ ແລະ ລັດ​ຖະ​ບານ ຍີ່​ປຸ່ນ ມີ​ຄວາມ​ວິ​ຕົກ​ກັງ​ວົນ. ສະ​ນັ້ນ ຂ້າ​ພ​ະ​ເຈົ້າ​ ມີ​ຄວາມ​ສົນ​ໃຈ​ວ່າ ພັກ​ກອມ​ມູ​ນິດ ຫວຽດ​ນາມ ມີ​ວິ​ທີ​ຄື​ແນວ​ໃດ​ເພື່ອ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.”

        ໃນ​ໂອ​ກາດ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່, ຫນັງ​ສື​ພິມ ເຍີນ​ເຢີນ, ສຽງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເພີ່ມ​ທະ​ວີ​ຈຳ​ນວນ ​ພະ​ນັກ​ງານ, ນັກ​ຂ່າວ ເພື່ອ​ສະ​ຫນອງບັນ​ດາ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ຜັນ​ແປ​ຂອງກອງ​ປະ​ຊຸມ​ໃຫຍ່​ໃຫ້​ຊັດ​ເຈນ ແລະ ທັນ​ການ. ນັກ​ຂ່າວ ບັກ​ວັນ, ຫົວ​ຫນ້າ​ ພະ​ແນກ ​ກໍ່ສ້າງ​ພັກ, ຫນັງ​ສື​ພິມ ປະ​ຊາ​ຊົນ ໃຫ້​ຮູ້​ວ່າ:

        “ໃນ​ໂອ​ກາດ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ພວກ​ຂ້າ​ພະ​ເຈົ້າ ມີ​ກຸ່ມ​ນັກ​ຂ່າວ 2 ກຸ່ມ. ທີ​ຫນຶ່ງ ກຸ່ມ​ນັກ​ຂ່າວຕິດ​ຕາມ​ໂດຍ​ກົງ, ໃຫ້​ຂ່າວກ່ຽວ​ກັບ​ກອງ​ປະ​ຊຸມ, ສ່ວນ​ກຸ່ມ​ນັກ​ຂ່າວ​ທີ​ສອງ ແມ່ນ​ຢູ່​ພາຍນອກ ເພື່ອ​ສ່ອງ​ແສງ​ບັນ​ຍາ​ກາດ​ກ່ຽວ​ກັບ​ກອງ​ປະ​ຊຸມ.”

 

ຂ່າວ/ບົດ​ອື່ນ