ນະຄອນ ໂຮ່ຈີມິນ ພ້ອມກັບທະຫານຜ່ານເສິກ ອາເມລິກາ ຮຳບາດແຜສົງຄາມ

(VOVWORLD) -  ໂຄງການ “ຂໍ້ລິເລີ່ມຂອງທະຫານຜ່ານເສິກ” ເພື່ອແນໃສ່ມານະພະຍາຍາມຮຳບາດແຜສົງຄາມ; ສະແດງຄວາມຂອບອົກຂອບໃຈບັນດາທະຫານຜ່ານເລິກອາເມລິກາ ໄດ້ປະກອບສ່ວນຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ວິວັດການໄກ່ເກ່ຍ ສ້າງການພົວພັນ
ນະຄອນ ໂຮ່ຈີມິນ ພ້ອມກັບທະຫານຜ່ານເສິກ ອາເມລິກາ ຮຳບາດແຜສົງຄາມ - ảnh 1ທ່ານ ຮີງແກັກມ້າງ ໄດ້ໃຫ້ການຕ້ອນຮັບທ່ານ Grant T.Coates

ຕອນບ່າຍວັນທີ 07 ກຸມພາ, ທ່ານ ຮີງແກັກມ້າງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະທະຫານຜ່ານເລິກ ອາເມລິກາ ເຂົ້າຮ່ວມສົງຄາມຢູ່ ຫວຽດນາມ (VAA) ໂດຍທ່ານ Grant T.Coates ກຳມະການໂຄງການ “ຂໍ້ລິເລີ່ມຂອງທະຫານຜ່ານເສິກ” (VIP) ນຳໜ້າ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ. ທ່ານ ຮີງແກັກມ້າງ ຕີລາຄາສູງເຈດຕະນາດີ ແລະ ຄວາມມານະພະຍາຍາມຂອງ VAA ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ພິເສດແມ່ນໂຄງການ “ຂໍ້ລິເລີ່ມຂອງທະຫານຜ່ານເສິກ” ເພື່ອແນໃສ່ມານະພະຍາຍາມຮຳບາດແຜສົງຄາມ; ສະແດງຄວາມຂອບອົກຂອບໃຈບັນດາທະຫານຜ່ານເສິກອາເມລິກາ ໄດ້ປະກອບສ່ວນຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ວິວັດການໄກ່ເກ່ຍ ສ້າງການພົວພັນ, ພັດທະນານ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດ ເປັນປົກກະຕິ.

        ສ່ວນທ່ານ Grant T.Coates ຖືວ່າ: ໂຄງການ “ຂໍ້ລິເລີ່ມຂອງທະຫານຜ່ານເສິກ” ໄດ້ຮັບການຜັນຂະຫຍາຍມາເປັນເວລາ 25 ປີແລ້ວ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າຫລາຍຢ່າງ ດ້ວຍຄວາມມານະພະຍາຍາມຂອງບັນດານັກຮົບເກົ່າ ຫວຽດນາມ ແລະ ທະຫານຜ່ານເສິກ ອາເມລິກາ, ບັນດາອົງການຈັດຕັ້ງມິດຕະພາບ, ກະຊວງການຕ່າງປະເທດ, ອຳນາດການປົກຄອງທ້ອງຖິ່ນຕ່າງໆ ໃນນັ້ນມີນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ