ນະຄອນ ໂຮ່ຈີມິນ ແລະ ແດນມາກ ຊຸກຍູ້ການຮ່ວມມືກໍ່ສ້າງນະຄອນສະຫລາດ ແລະ ພັດທະນາພະລັງງານສະອາດ

(VOVWORLD) - ຕອນບ່າຍວັນທີ 21 ກັນຍາ, ທ່ານ ເຈີ່ນຫວີງຕ໋ວຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Thomas Egebo
ນະຄອນ ໂຮ່ຈີມິນ ແລະ ແດນມາກ ຊຸກຍູ້ການຮ່ວມມືກໍ່ສ້າງນະຄອນສະຫລາດ ແລະ ພັດທະນາພະລັງງານສະອາດ - ảnh 1(ພາບປະກອບ) 

ລັດຖະມົນຕີຮັບຜິດຊອບ, ຮອງລັດຖະມົນຕີຜູ້ປະຈຳການກະຊວງພະລັງງານ, ໂຄງລ່າງເຕັກນິກ ແລະ ດິນຟ້າອາກາດ ແດນມາກ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ. ທີ່ການຕ້ອນຮັບ, ທ່ານ ເຈີ່ນຫວີງຕ໋ວຽນ ປາດຖະໜາວ່າ ໃນໄລຍະຈະມາເຖິງ ຈະມີບັນດາໂຄງການຮ່ວມມືລະອຽດກັບ ແດນມາກ ໃນບັນດາຂົງເຂດ ຊຶ່ງນະຄອນພວມເອົາໃຈໃສ່ຄື: ສ້າງຕົວເມືອງສະຫລາດ, ພັດທະນາພະລັງງານສະອາດ, ແກ້ໄຂບັນດາບັນຫາເຄັ່ງຮ້ອນໃນວິວັດການພັດທະນາຕົວເມືອງຄື: ມົນລະພິດສິ່ງແວດລ້ອມ, ກໍ່ສ້າງພື້ໜຖານໂຄງລ່າງຕົວເມືອງ.

        ສ່ວນທ່ານ Thomas Egebo ຖືວ່າ: ບັນດາບໍລິສັດ ແດນມາກ,ໃນນັ້ນ ມີຫລາຍບໍ່ລິສັດໄດ້ມີໜ້າຢູ່ ຫວຽດນາມ, ມີຫລາຍບົດຮຽນ ແລະ ປາດຖະໜາຢາກຮ່ວມມືພ້ອມກັບນະຄອນໃນບັນດາຂົງເຂດກໍ່ສ້າງຕົວເມືອງສະຫຼາດ, ພັດທະນາແບບຍືນຍົງ, ຍົກສູງຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນ, ແກ້ໄຂບັນຫາສິ່ງເສດເຫຼືອ, ນ້ຳເສຍ ແລະ ພະລັງງານສະອາດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ