ນະ​ຄອນຫຼວງ ເຊີ​ອູນ (ສ.ເກົາຫຼີ) ຖືກ​ນາບ​ຂູ່​ຈະ​ວາງ​ລະ​ເບີດ​ໃນ​ວັນ​ຊາດ

(VOVWORLD) - ກຳລັງຕຳຫຼວດ ພວມສືບສວນຈົດໝາຍເອເລັກໂຕນິກນາບຂູ່ວາງລະເບີດໃສ່ສຳນັກງານອຳນາດການປົກຄອງ ເຊີອູນ ໃນມື້ວັນຊາດຂອງປະເທດນີ້ (15 ສິງຫາ 2023).
ນະ​ຄອນຫຼວງ ເຊີ​ອູນ (ສ.ເກົາຫຼີ) ຖືກ​ນາບ​ຂູ່​ຈະ​ວາງ​ລະ​ເບີດ​ໃນ​ວັນ​ຊາດ - ảnh 1ສຳນັກງານອຳນາດການປົກຄອງ ເຊີອູນ (ພາບ: Yonhap)

ວັນທີ 14 ສິງຫາ, ເຈົ້າໜ້າທີ່ ສ.ເກົາຫຼີ ໃຫ້ຮູ້ວ່າ ກຳລັງຕຳຫຼວດ ພວມສືບສວນຈົດໝາຍເອເລັກໂຕນິກນາບຂູ່ວາງລະເບີດໃສ່ສຳນັກງານອຳນາດການປົກຄອງ ເຊີອູນ ໃນມື້ວັນຊາດຂອງປະເທດນີ້ (15 ສິງຫາ 2023).

        ຈົດໝາຍເອເລັກໂຕນິກດັ່ງກ່າວ ໄດ້ຝາກມາຈາກບັນຊີໜຶ່ງທີ່ມີທີ່ຢູ່ໃນ ຍີ່ປຸ່ນ ສົ່ງເຖິງອົງການສື່ມວນຊົນຕ່າງໆຂອງ ສ.ເກົາຫຼີ ໃນວັນທີ 13 ສິງຫາ. ຈົດໝາຍສະບັບດັ່ງກ່າວ ໄດ້ຂຽນດ້ວຍພາສາ ອັງກິດ, ພາສີ ຍີ່ປຸ່ນ ແລະ ສ.ເກົາຫຼີ ດ້ວຍເນື້ອໃນ: “ລະເບີດໄດ້ຕິດຕັ້ງຢູ່ບາງສະຖານທີ່ອ້ອມແອ້ມສຳນັກງານອົງການປົກຄອງ ເຊີອູນ. ພິເສດ, ລະເບີດໄດ້ຕິດຕັ້ງໃນຫ້ອງນ້ຳ…”, ແລະ ໃຫ້ຮູ້ວ່າ ບັນດາລູກລະເບີດດັ່ງກ່າວມີອະນຸພາບທຳລາຍຢ່າງຮ້າຍແຮງ. ເວລາລະເບີດແຕກຈະແມ່ນ 15 ໂມງ 34 ນາທີ ຂອງວັນທີ 15 ສິງຫາ - ຕາມເວລາ ສ.ເກົາຫຼີ.

        ຕຳຫຼວດກຳລັງສືບສວນຊອກຫາຜູ້ທີ່ສົ່ງຈົດໝາຍສະບັບດັ່ງກ່າວ ແລະ ຕັກເຕືອນວ່າ ວິທີນາບຂູ່ຄ້າຍຄືກັນໄດ້ນໍາໃຊ້ກ່ອນໜ້ານັ້ນ ເພື່ອແນໃສ່ການນຳພັກປະຊາທິປະໄຕ (DP) ຝ່າຍຄ້ານຂອງ ສ.ເກົາຫຼີ  ນັ້ນແມ່ນທ່ານ Lee Jae -myung ແລະ ບາງສະຖານທີ່ສາທາລະນະຢູ່ ເຊີອູນ.

        ກ່ອນໜ້ານັ້ນ, ວັນທີ 07 ສິງຫາ, ເຈົ້າໜ້າທີ່ບາງທ່ານໃນອຳນາດການປົກຄອງນະຄອນ ເຊີອູນ ກໍໄດ້ຮັບຈົດໝາຍທາງເອເລັກໂຕນິກ ທີ່ນາບຂູ່ຈະວາງລະເບີດຢູ່ໃຈກາງນະຄອນ ເຊີອູນ. ຫຼັງຈາກນັ້ນ 2 ວັນ, ຈົດໝາຍເອເລັກໂຕນິກອີກສະບັບໜຶ່ງ ກໍມີເນື້ອໃນນາບຂູ່ຈະເກີດລະເບີດແຕກຢູ່ຫໍພິພິທະຫັນແຫ່ງຊາດ ສ.ເກົາຫຼີ, ສະຖານທູດ ຍີ່ປຸ່ນ, ຫໍຄອຍ Namsan ເຊີອູນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ