ນະ​ຄອນ​ໂຮ່​ຈີ​ມິນ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

(VOVWORLD) -ທ່ານ Tan See Leng ເນັ້ນໜັກວ່າ: ສິງກະໂປ ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນບົດຮຽນປະສົບການ ກັບນະຄອນໂຮ່ຈີມິນ ໃນຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ, ທ່ານສະເໜີສ້າງກຸ່ມປະຕິບັດງານ ຫຼືສະພາ 3 ຝ່າຍດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການສອງປະເທດ ພ້ອມກັບນະຄອນໂຮ່ຈີມິນ ເພື່ອຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ
ນະ​ຄອນ​ໂຮ່​ຈີ​ມິນ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ - ảnh 1ທ່ານຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນຕ້ອນຮັບທ່ານ Tan See Leng ລັດຖະມົນຕີກະຊວງຊັບພະຍາກອນມະນຸດ ສິງກະໂປ (ພາບ: TTXVN)

ຕອນເຊົ້າວັນທີ 11 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນ, ໄດ້ໃຫ້ການຕ້ອນຮັບທ່ານ Tan See Leng ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ລັດຖະມົນຕີຜູ້ທີສອງຂອງກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ. ນະທີ່ນີ້, ທ່ານ ຟານວັນມ໊າຍ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນມີຄວາມຫວັງຢາກຍູ້ແຮງການຮ່ວມມືກັບ ສິງກະໂປ ໃນການຜັນຂະຫຍາຍຂົງເຂດບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນມີການບຳລຸງສ້າງພະນັກງານໃຫ້ແກ່ລະບົບອຳນາດການປົກຄອງ, ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນປະສົບການ ໃນຂົງເຂດພັດທະນາວິສາຫະກິດ Startup ປະດິດຄິດສ້າງ, ຊ່ວຍນະຄອນອາດຈະກາຍເປັນສູນ Startup ປະດິດຄິດສ້າງ ຂອງປະເທດຊາດ ແລະ ພາກພື້ນ. ທ່ານ ຟານວັນມ໊າຍ ໃຫ້ຄຳໝັ້ນສັນຍາວ່າຍາມໃດກໍ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດສິງກະໂປ ມາລົງທຶນ, ດຳເນີນທຸລະກິດຍາວນານຢູ່ ນະຄອນ.

        ສ່ວນທ່ານ Tan See Leng ເນັ້ນໜັກວ່າ: ສິງກະໂປ ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນບົດຮຽນປະສົບການ ກັບນະຄອນໂຮ່ຈີມິນ ໃນຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ, ທ່ານສະເໜີສ້າງກຸ່ມປະຕິບັດງານ ຫຼືສະພາ 3 ຝ່າຍດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການສອງປະເທດ ພ້ອມກັບນະຄອນໂຮ່ຈີມິນ ເພື່ອຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ສ້າງນະຄອນອັດສະລິຍະ, ຄຸ້ມຄອງບໍລິຫານ ແລະ ພັດທະນາຕົວເມືອງ, ເສດຖະກິດຂຽວ, ບັນດາໂຄງການຮ່ວມມືກ່ຽວກັບການຄ້າ, ການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ