ນະຄອນໂຮ່ຈີມິນ ແລະ ແຂວງອັດຕະປື(ລາວ)ຮ່ວມມືໃນຫຼາຍຂົງເຂດ

ນະຄອນໂຮ່ຈີມິນ ແລະ ແຂວງອັດຕະປື(ລາວ)ຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ ດິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ
ທ່ານ ນາມ ວິຍ​ະ​ເກດ, ເລ​ຂາພັກ​ແຂວງເຈົ້າ​ແຂວງ ແຂວງ​ອັດ​ຕະ​ປື
(ພາບ​: congan)

(vovworld) –​ ​ໃນ​ວັນ​ທີ 29/5, ຢູ່​ນະ​ຄອນ​ໂຮ່​ຈີ​ມີນ, ທ່ານ ດິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ ພະ​ນັກ​ງານ​ຂັ້ນ​ສູງ​ແຂວງ​ອັດ​ຕະ​ປື (ລາວ) ໂດຍ​ ທ່ານ ນາມ ວິຍ​ະ​ເກດ, ເລ​ຂາ​ພັກ​ແຂວງເຈົ້າ​ແຂວງ ແຂວງ​ອັດ​ຕະ​ປື ນຳ​ໜ້າ. ທ່ານ ດິງ​ລາ​ທັງ ໃຫ້​ຮູ້​ວ່າ ນະ​ຄອນ​ໂຮ່​ຈີ​ມິນ ພ້ອມ​​ແລ້ວທີ່​ຈະ​ຮ່ວມ​ມື ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ, ໃນ​ນັ້ນ​ມີ​ແຂວງ​ອັດ​ຕະ​ປື. ທ່ານ ດິງ​ລາ​ທັງ ປາດ​ຖະ​ໜາ​ວ່າ: ບັນ​ດາ​ລາຍ​ການ​ຮ່ວມ​ມື​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ​ສູງກວ່າ​ອີກ. ສ່ວນ ທ່ານ ນາມ ວິຍ​ະ​ເກດ ​ສະ​ແດງ​​ຄວາມ​ຂອບ​ອົກຂອບ​ໃຈ ນະ​ຄອນ​ໂຮ່​ຈີ​ມິນ ໃນ​ໄລ​ຍະ​ຜ່ານ​ມາ​ ​ໄດ້ໜູນຊ່ວຍ​ແຂວງ ໃນຫຼາຍ​ຂົງ​ເຂດ​ເຊັ່ນ: ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ການ​ຄົມ​ມະ​ນາ​ຄົມ. ທ່ານ ນາມ ວິຍ​ະ​ເກດ ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ນ​​ະຄອນ​ໂຮ່​ຈີ​ມິນ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ແຂວງ​ອັດ​ຕະ​ປື ໃນ​ຂົງ​ເຂດ​​​ ການບໍ​ລິ​ການ​ການທ່ອງ​ທ່ຽວ, ​ອຸດ​ສາ​ຫະ​ກຳ, ການ​ສຶກ​ສາກໍ່​ສ້າງ.

ຂ່າວ/ບົດ​ອື່ນ