ນະຄອນໂຮ່ຈິມິນແລະແຂວງ Nagano, ຍີ່ປຸ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດ

ນະຄອນໂຮ່ຈິມິນແລະແຂວງ Nagano, ຍີ່ປຸ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດ - ảnh 1
ນະຄອນໂຮ່ຈິມິນແລະແຂວງ Nagano, ຍີ່ປຸ່ນ
ຊຸກຍູ້ການຮ່ວມມືດ້ານເສດຖະກິດ
(ພາບ: TTXVN)

(vovworld) - ທີ່​ການ​ພົບ​ປະ​ໃນ​ຕອນ​ບ່າຍ​ວັນ​ທີ 26/10, ທ່ານ ຫງວຽນ​ແທ່ງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອ​ນ​ໂຮ່​ຈິ​ມິນ ແລະ ທ່ານ Shuichi Abe, ຜູ້​ວ່າ​ການ​ແຂວງ Nagano, ປະ​ເທດຍີ່​ປຸ່ນ ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ໂດຍ​ຖື​ວ່າ, ນະ​ຄອນ​ໂຮ່​ຈິ​ມິນ ແລະ ແຂ​ວງ Nagano ຕ້ອງ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຫັນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ເປັນ​ຕົວ​ຈິງ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ. ຕີ​ລາ​ຄາ​ສູງ​ທ່າ​ແຮງ​ຂອງ​ແຂວງ Nagano ກ່ຽວ​ກັບ​ດ້ານ​ເຕັ​ກ​ໂນ​ໂລ​ຊີ, ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ ແລະ ການ​ຜ​ະ​ລິດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ທ່ານ ຫງວຽນ​ແທ່ງ​ຟອງ ສະ​ໜັບ​ສະ​ໜຸນ​ຂ​ໍ້​ລິ​ເລີມ​ລົງ​ນາມ​ໃນ​ຂໍ້​ຕ​ົກ​ລົງ​ຮ່ວມ​ມື​ລະ​ຫວ່າງ 2 ທ້ອງ​ຖິ່ນ ແລະ ຫວັງ​ວ່າ, ພາຍ​ຫຼັງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, 2 ຝ່າຍ​ຈະ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ ແລະ ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ 2 ທ້ອງ​ຖິ່ນ​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຂອງ Nagano ແລະ ກໍ່​ແມ່ນ​ຂົງ​ເຂດ​ເຊິ່ງ​ນະ​ຄອນ​ໂຮ່​ຈິ​ມິນ ພວມ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ