ນາງງາມ 30 ຄົນເຂົ້າຮ່ວມຮອບຊິງຊະນະເລີດໃນການປະກວດນາງງາມມິດຕະພາບ ອາຊຽນ 2017

(VOVWORLD) - ບັນດານາງງາມເຫຼົ່ານີ້ລ້ວນແຕ່ເປັນເຈົ້າຂອງບັນດານາມມະຍົດ, ລາງວັນນາງງາມຂອງປະເທດຕ່າງໆໃນພາກພື້ນ. 
ນາງງາມ 30 ຄົນເຂົ້າຮ່ວມຮອບຊິງຊະນະເລີດໃນການປະກວດນາງງາມມິດຕະພາບ ອາຊຽນ 2017 - ảnh 1 ການປະກອບທາງການງານປະກວດນາງງາມມິດຕະພາບ ອາຊຽນ 2017

ນາງງາມ 30 ຄົນທີ່ມາຈາກບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ໄປເຕົ້າໂຮມຢູ່ນະຄອນ ຕູຍຮ່ວາ (ແຂວງ ຟູ໋ອຽນ) ໃນວັນທີ 15 ມິຖຸນາ, ເພື່ອເຂົ້າຮ່ວມຮອບຊິງຊະນະເລີດນາງງາມມິດຕະພາບ ອາຊຽນ 2017. ບັນດານາງງາມເຫຼົ່ານີ້ລ້ວນແຕ່ເປັນເຈົ້າຂອງບັນດານາມມະຍົດ, ລາງວັນນາງງາມຂອງປະເທດຕ່າງໆໃນພາກພື້ນ. ບັນດາການເຄື່ອນໄຫວຂອງຮອບຊິງຊະນະເລີດໃນການປະກວດນາງງາມມິດຕະພາບ ອາຊຽນ 2017 ໄດ້ດຳເນີນຢ່າງຕໍ່ເນື່ອງແຕ່ວັນທີ 15 ມິຖຸນາ ຫາວັນທີ 2 ກໍລະກົດ. ຄ່ຳຄືນຊິງຊະນະເລີດ ແລະ ປະກາດບັນດານາມມະຍົດຈະດຳເນີນໃນເວລາ 20 ໂມງ ວັນທີ 1 ກໍລະກົດຢູ່ໂຮງລະຄອນ ຊາວມາຍ (ນະຄອນຕູຍຮ່ວາ).

ຕອບກັບ

ຂ່າວ/ບົດ​ອື່ນ