ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຝາກຈົດໝາຍອວຍພອນທ່ານນາຍົກລັດຖະມົນຕີ ກຳປູເຈຍ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຝາກຈົດໝາຍອວຍພອນທ່ານນາຍົກລັດຖະມົນຕີ ກຳປູເຈຍ - ảnh 1
ຈົດໝາຍອວຍພອນ

(vovworld) – ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຫາ​ກໍ່​ຝາກ​ຈົດໝາຍ​ອວຍພອນ​ທ່ານ​ນາຍົກລັດຖະມົນຕີ ລາຊະ​ອານາຈັກ ກຳປູ​ເຈຍ Samdech Akeakmohasenapadey Decho Hunsen. ​ໃນ​ຈົດໝາຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຝາກ​ຄຳ​ອວຍພອນ​ພັກ​ປະຊາຊົນ​ ກຳປູ​ເຈຍ ອ້າຍ​ນ້ອງ ​ແລະ ທ່ານ​ນາຍົກລັດຖະມົນຕີ Hunsen ​ໄດ້​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ອາຍຸ​ການ​ທີ 5 ສຳ​ເລັດ​ຜົນ ​ແລະ ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຊື່ອ​ໝັ້ນ​ວ່າ: ບົນ​ພື້ນຖານ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ໃໝ່​ຂອງ ກຳປູ​ເຈຍ ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໂດຍ​ໄວ​ເພື່ອ​ສະຖຽນ​ລະ​ພາບ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ກຳປູ​ເຈຍ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​​ໃນ​​ໂລກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ອວຍພອນ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ລະ​ຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ອັນ​ດີງາມ.

ຂ່າວ/ບົດ​ອື່ນ