ນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າຄະນະຜູ້ແທນເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານ Klaus Schwab ປະທານເວທີປາໄສເສດຖະກິດໂລກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2017 (WEF – ASEAN 2017) 
ນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າຄະນະຜູ້ແທນເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ  - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2017 (WEF – ASEAN 2017) 

ຢູ່ພະນົມເປັນ ປະເທດ ກຳປູເຈຍ ແຕ່ວັນທີ 11 – 12 ພຶດສະພາ 2017. ກອງປະຊຸມປີນີ້ມີຫົວຂໍ້ວ່າ: “ຊາວໜຸ່ມ, ເຕັກໂນໂລຢີ ແລະ ການເຕີບໂຕ: ເສີມຂະຫຍາຍບັນດາທ່າໄດ້ປຽບຂອງ ອາຊຽນ ກ່ຽວກັບການຄົ້ນຄວ້າສະຖິຕິປະຊາກອນ ແລະ ເຕັກໂນໂລຢີດີຈີຕອນ”. ໂຄງການດຳເນີນງານຂອງກອງປະຊຸມ ສຸມໃສ່ຕີລາຄາວິວັດທະນາການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ອາຊຽນ, ບັນດາບັນຫາວາງອອກໃຫ້ໄລຍະພັດທະນາຈະມາເຖິງຂອງ ອາຊຽນ. ກອງປະຊຸມຈະປຶກສາຫາລືຫລາຍບັນຫາທີ່ສ່ອງແສງເຖິງຄວາມສົນໃຈຂອງວົງການວິສາຫະກິດສຳລັບທີ່ຕັ້ງ ອາຊຽນ ຄືກຳນົດ ອາຊຽນ ໃນສະພາວະໃໝ່ກ່ຽວກັບພູມສາດການເມືອງ ແລະ ເສດຖະກິດທົ່ວໂລກ, ແງ່ຫວັງປະຊາຄົມເສດຖະກິດ ອາຊຽນ, ບັນດາຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ສຳລັບບັນດາປະເທດ ອາຊຽນ ໃນຂົງເຂດສຶກສາ, ແຮງງານ, ກຳລັງຄວາມສາມາດແກ່ງແຍ້ງ, ເສດຖະກິດດີຈີຕອນ…ໃຫ້ມີການພັດທະນາຢ່າງສະໝ່ຳສະເໝີ ແລະ ກວມລວມໃນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ