ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງໄປຍັງ Riyadh, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - GCC

(VOVWORLD) - ທີ່ການພົບປະຄັ້ງຕ່າງໆ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ຮູ້ວ່າ ຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ອາຣັບບິ ຊາອຸດິ, ເຊິ່ງແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນການຢ້ຽມຢາມ ຄັ້ງນີ້ຂອງບັນດາຜູ້ແທນ ຫວຽດນາມ ທີ່ໄປຍັງ ອາຣັບບິ ຊາອຸດິ.
ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງໄປຍັງ Riyadh, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - GCC  - ảnh 1ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ:VOV)

ຕອນບ່າຍວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ເດີນທາງໄປຮອດສະໜາມບິນສາກົນKing Khalid ຢູ່ນະຄອນຫຼວງ Riyadh, ລາຊະອນາຈັກ ອາຣັບບິ ຊາອຸດິ, ເລີ່ມຕົ້ນການປະຕິບັດງານເຂົ້າຮ່ວມກອງປະຊຸມຂັ້ນສູງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສະພາຮ່ວມມືເຂດອ່າວ ເປີເຊຍ (GCC) ແລະ ຢ້ຽມຢາມ ອາຣັບບິ ຊາອຸດິ ແຕ່ວັນທີ 18 – 20 ຕຸລາ. ການປະຕິບັດງານໄດ້ປະຕິບັດຕາມຄຳເຊີນຂອງ ກະສັດ ອາຣັບບິ ຊາອຸດິ Salman bin Abdulaziz Al Saud.

ເນື່ອງໃນໂອກາດນີ້, ຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງ Riyadh, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບການນຳບັນດາບໍລິສັດໃຫຍ່ຂອງ ອາຣັບບິ ຊາອຸດິ

        ທີ່ການພົບປະຄັ້ງຕ່າງໆ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ຮູ້ວ່າ ຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ອາຣັບບິ ຊາອຸດິ, ເຊິ່ງແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນການຢ້ຽມຢາມ ຄັ້ງນີ້ຂອງບັນດາຜູ້ແທນ ຫວຽດນາມ ທີ່ໄປຍັງ ອາຣັບບິ ຊາອຸດິ.

        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກ, ສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນິນທຸລະກິດທີ່ປອດໄພ, ໂປ່ງໃສ, ມີລັກສະນະແກ່ງແຍ້ງສູງ, ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ, ຊອບທຳຂອງບັນດານັກລົງທຶນ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ເຂົ້າຮ່ວມຫຼາຍສັນຍາການຄ້າເສລີ, ມີທີ່ຕັ້ງພູມສາດທີ່ສະດວກ ແລະ ລະບອບ logistics ນັບມື້ນັບພັດທະນາ, ມີຫຼາຍເງື່ອນໄຂສະດວກໃຫ້ແກ່ການນຳເຂົ້າ, ເຊື່ອມຕໍ່ເຖິງບັນດາຕະຫຼາດໃຫຍ່ຂອງພາກພື້ນ ກໍ່ຄືຂອງໂລກໄດ້ຢ່າງງ່າຍດາຍ. ຫວຽດນາມ ກຽມພ້ອມຕ້ອນຮັບບັນດານັກລົງທຶນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາກຸ່ມບໍລິສັດເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍືນຍົງ.

        ສ່ວນທ່ານ Abdulrahman Al Zamil, ປະທານກຸ່ມບໍລິສັດ Zamil, ໄດ້ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ນັບມື້ນັບໄດ້ຮັບການປັບປຸງຂອງ ຫວຽດນາມ. ທ່ານຢັ້ງຢືນກຸ່ມບໍລິສັດມີຄວາມຄາດຫວັງໃຫຍ່ສຳລັບ ຫວຽດນາມ, ເຊິ່ງເປັນຕະຫຼາດສຳຄັນຂອງກຸ່ມບໍລິສັດ, ພິເສດແມ່ນທີ່ຕັ້ງພູມສາດທີ່ສະດວກຂອງ ຫວຽດນາມ ໃນການເຄື່ອນໄຫວສົ່ງອອກ.

        ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຍັງໄດ້ເຮັດວຽກກັບການນຳກຸ່ມບໍລິສັດຂາຍຍ່ອຍ Lu Lu ແລະ ການນຳກຸ່ມບໍລິສັດ Ajlan & Bros.

ຕອບກັບ

ຂ່າວ/ບົດ​ອື່ນ