ນາຍົກລັດຖະມົນຕີຕ້ອນຮັບທ່ານນາງເອກອັກຄະລັດຖະທູດການາດາ

ນາຍົກລັດຖະມົນຕີຕ້ອນຮັບທ່ານນາງເອກອັກຄະລັດຖະທູດການາດາ - ảnh 1
ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ
ຕ້ອນ​ຮັບ​ທ່ານ​ນາງ Ping Kitnikone
(ພາບອິນເຕີແນັດ)

(vovoworld) - ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງ Ping Kitnikone ເອກ​ອັກຄະ​ລັດ​ຖະ​ທູດກາ​ນາ​ດາ ໃນ​ວັນ​ທີ 20/12, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ອວຍ​ພອນ ທ່ານ​ນາງ Ping Kitnikone ໄດ້​ແຕ່ງ​ຕັ້ງ​ເປັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ​່າ: ກາ​ນາ​ດາ ມີຫຼາຍ​ໂຄງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ, ໃນ​ນັ້ນ​ມີບັນ​ດາ​ໂຄງ​ການ​ກ່ຽວ​ກັບຂຸດຄົ້ນ​ແຮ່​ທາດ​ຊັບພະຍາກອນໂລຫະ, ການທ່ອງ​ທ່ຽວ, ​ການບໍ​ລິ​ການ. ວົງ​ເງນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ມີທ່າ​ອ່ຽງຕັງ​ໜ້າ ແຕ່​ຂະ​ໝາດ​​ຍັງ​ຕ່ຳ​ຢູ່​ເມື່ອ​ທຽບ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ສອງ​ປະ​ເທດ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ວ່າ ສອງ​ຝ່າຍ​ຄວນ​ຍູ້​ແຮງ​ຂົງ​ເຂດ​ນີ້ກວ່າ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢືນ​ຢັນ​​ໃຫ້​ຄຳ​ໜັ້ນ​ສັນ​ຍາ​ສ້າງ​ທຸກ​ເງື່ອນ​ໄຂ​​ສະ​ດວກ​ໃຫ້​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ​ກາ​ນາ​ດາ​ຢູ່​ຫວຽດ​ນາມ. ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີຖື​ວ່າ ສອງ​ປະ​ເທດ​ພວມ​ມີ​ກາ​ລະ​ໂອ​ກາດ​ໃຫຍ່​ເພື່ອ​ພ້ອມ​ກັບ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກ່ວາ​ອີກ, ເປັນ​ຕົ້ນ​ແມ່ນ ດ້ານການ​ຄ້າ - ການ​ລົງ​ທຶນ, ໜູນ​ຊ່ວບ​ພັດ​ທະ​ນາ ODA, ສຶກ​ສາ​ບັນ​ລຸ​ງ​ສ້າງ, ແລກ​ປ່ຽນ​ປະ​ຊາ​ຊົນ. ສອງ​ຝ່າຍກໍ່​ຄວນ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໃສ່​ໃນ​ພາກ​ພື້ນ ແລະ ສາ​ກົນ, ໃນ​ນັ້ນ​ມີ​ສະ​ຫະ​ປະ​ຊາ​ຊາດ.

        ສ່ວນ​ທ່າ​ນາງ Ping Kitnikone ເອກ​ອັກຄະ​ລັດ​ຖະ​ທູດກາ​ນາ​ດາ​ໃຫ້​ຮູ້ວ່າ ປັດ​ຈຸ​ບັນ​ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ໃຫຍ່​ທີ​ສຸດ​ຂອງ​ກາ​ນາ​ດາ ໃນ​ກຸ່ມ​ອາ​ຊຽນ​ກາ​ນາ​ດາ​ຈ​ະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ຫວຽດ​ນາມກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດກໍ່​ໃຫ້​ຮູ້​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງຈະ​ຈັດ​ຕັ້ງ​ຄະ​ນະ​ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ການ​ບິນອາ​ວະ​ກາດ​ຂອງ​ກາ​ນາ​ດາ​ມາ​​ຫວຽດ​ນາມ​ຊອກ​ຫາ​ກາ​ລະ​ໂອ​ກາດ​ການ​ຮ່ວ​ມ​ມື.

ຂ່າວ/ບົດ​ອື່ນ