ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ

(VOVWORLD) -ຕອນເຊົ້າວັນທີ 22 ສິງຫາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານວາລະປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການ ສ້າງກົດໝາຍ.

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ໃນໄລຍະຜ່ານມາ, ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດເອກະສານດ້ານກົດໝາຍຫຼາຍສະບັບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ ໃນການພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ໃນບັນດາວາລະປະຊຸມສາມັນ, ລັດຖະບານກໍ່ໃຫ້ບຸລິມະສິດວຽກງານສ້າງ, ປັບປຸງ, ເພີ່ມເຕີມລະບອບລະບຽບການກ່ອນທີ່ປຶກສາຫາລືກ່ຽວກັບບັນຫາເສດຖະກິດສັງຄົມ. ເຖິງຢ່າງໃດກໍ່ຕາມ, ສະພາບຕົວຈິງໄດ້ຮຽກຮ້ອງການສ້າງ, ປັບປຸງ, ເພີ່ມເຕີມລະບອບລະບຽບການຍັງຫຼາຍຢູ່. ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກລັດຖະບານໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ, ດຳລັດ, ບົດລາຍງານ 9 ສະບັບລວມມີ: ຮ່າງກົດໝາຍວ່າດ້ວຍການແກ່ງແຍ້ງສະບັບປັບປຸງ; ຮ່າງກົດໝາຍປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍພາສີປົກປັກຮັກສາສິ່ງແລດລ້ອມ; ຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ; ດຳລັດກ່ຽວກັບການສ້າງຮ່າງກົດໝາຍວ່າດ້ວຍຫຼັກຊັບສະບັບປັບປຸງ…

ບັນດາສະມາຊິກລັດຖະບານ ກໍປະກອບຄຳເຫັນໃສ່ບົດລາຍງານສັງລວມໝາກຜົນແຫ່ງການກວດກາ ແລະ ຂໍ້ສະເໜີຂອງບັນດາກະຊວງ, ອົງການ ແລະ ຄຳເຫັນກວດກາກ່ຽວກັບຂໍ້ສະເໜີສ້າງບັນດາຮ່າງກົດໝາຍເພື່ອປັບປຸງ, ເພີ່ມເຕີ່ມບັນດາກົດໝາຍທີ່ກ່ຽວຂ້ອງເຖິງທີ່ດິນ, ກໍ່ສ້າງ, ເຮືອນຢູ່, ການລົງທຶນ, ດຳເນີນທຸລະກິດ ແລະ ການວາງແຜນຜັງ…

ຕອບກັບ

ຂ່າວ/ບົດ​ອື່ນ