ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ໄດ້ເປັນປະທານກອງປະຊຸມຕີລາຄາການປະຕິບັດລະບຽບການສົມທົບວຽກງານລະຫວ່າງລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກທີ່ກອງປະຊຸມ 

ນີ້ແມ່ນກອງປະຊຸມຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການສົມທົບວຽກງານໃນ 2 ປີທີ່ຜ່ານມາ ແລະ ປຶກສາຫາລືທິດທາງໃນໄລຍະທີ່ຈະມາເຖິງ.

     ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຊີ້ແຈງວ່າ ໃນບັນດາໝາກຜົນທາງດ້ານເສດຖະກິດ- ສົງຄົມໃນໄລຍະທີ່ຜ່ານມາ, ກໍມີການປະກອບສ່ວນສຳຄັນຂອງ ສູນກາງແນວໂຮມປະເທດຊາດຫວຽດນາມ. ວຽກງານປະສານງານລະຫວ່າງ ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍບັນລຸປະສິດທິຜົນ, ຕິດແທດຕົວຈິງ, ປະກອບສ່ວນເຕົ້າໂຮມປະຊາຊົນທຸກຊັ້ນຄົນ. ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ສົມທົບກັນເບິ່ງແຍງດູແລເຖິງການກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສົມທົບກັນຍູ້ແຮງບັນດາບັ້ນຂົນຂວາຍ, ປະກອບສ່ວນແກ້ໄຂບັນດາບັນຫາທີ່ປະຊາຊົນມີຄວາມສົນໃຈ.

     ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຍັງສະແດງຄວາມເອົາໃຈໃສ່ເຖິງບັນຫາມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມເຫັນດີພ້ອມໃນສັງຄົມ, ບັນຫາເພີມທະວີບົດບາດຂອງພັກ, ການຄຸ້ມຄອງຂອງລັດ, ການຕິດຕາມກວດກາຂອງ ແນວໂຮມປະເທດຊາດຫວຽດນາມໃນກິດຈະການສ້າງສາ ແລະ ປ່ຽນແປງໃໝ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ