ນຳການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງພັກກອມມູນິດ, ສອງປະເທດ ຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃໝ່

(VOVWORLD) - ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ
ນຳການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງພັກກອມມູນິດ, ສອງປະເທດ ຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃໝ່ - ảnh 1ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ແລະ ທ່ານ ຫຼຶວຈຽນຈ່າວ, ກຳມະການສູນກາງພັກ, ຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດ ສູນກາງພັກ ກອມມູນິດຈີນ

ຕອນເຊົ້າວັນທີ 5 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ຫຼຶວຈຽນຈ່າວ, ກຳມະການສູນກາງພັກ, ຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດ ສູນກາງພັກ ກອມມູນິດຈີນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍປະສິດທິຜົນກົນໄກການພົບປະປະຈຳປິລະຫວ່າງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ສອງປະເທດ, ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການເສນາທິການຂອງສອງພັກ, ຍົກສູງບົດບາດກຳນົດທິດຍຸດທະສາດຂອງການພົວພັນລະຫວ່າງສອງພັກ ສຳລັບການພົວພັນສັງລວມຂອງສອງປະເທດ, ນຳການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງປະເທດຂຶ້ນສູ່ລະດັບສູງໃໝ່.

        ສ່ວນທ່ານ ຫຼຶວຈຽນຈ່າວ ຢັ້ງຢືນວ່າ: ຄະນະຕິດຕໍ່ພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຈີນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງ ແລະ ບັນດາອົງການພົວພັນຕ່າງປະເທດ, ການຕ່າງປະເທດ ຂອງ ຫວຽດນາມ ຊາບຊຶມ, ປະຕິບັດຄວາມຮັບຮູ້ລວມ ແລະ ຂໍ້ຕົກລົງສຳຄັນລະຫວ່າງການນຳສອງປະເທດເປັນຢ່າງດີ; ເສີມຂະຫຍາຍບົດບາດເປັນເສນາທິການຍຸດທະສາດຂອງກົນໄກພົບປະປະຈຳປິລະຫວ່າງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກສອງປະເທດ ເພື່ອສະເໜີຕໍ່ສູນກາງພັກສອງປະເທດຢ່າງທັນການ ກ່ຽວກັບທິດທາງເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສອງໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ