ນຳການພົວພັນຮ່ວມມືຫວຽດນາມ-ນິວຊີແລນໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ນິວຊີແລນ ໃນລະຫວ່າງວັນທີ 03 – 05 ທັນວາ, ວັນທີ 04 ທັນວາ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີ້ນ ນຳໜ້າ, ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Fletcher Tabuteau, ລັດຖະມົນຕີຮັບຜິດຊອບກະຊວງພັດທະນາເສດຖະກິດເຂດນິວຊີແລນ.

ນຳການພົວພັນຮ່ວມມືຫວຽດນາມ-ນິວຊີແລນໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ - ảnh 1 ທ່ານເຈີ່ນແທງເມີ້ນ ພົບປະ ແລະ ເຮັດວຽກກັບທ່ານ Fletcher Tabuteau

(ພາບ: Vietnam+)

ເພື່ອສືບຕໍ່ຊຸກຍູ້ການພົວພັນອັນດີງາມລະຫວ່າງ 2 ປະເທດຂຶ້ນສູ່ລະດັບຄູ່ຮ່ວມມືຍຸດສາດ, ທ່ານ ເຈີ່ນແທງເມີ້ນ ສະເໜີໃຫ້ ນິວຊີແລນ ແບ່ງປັນບົດຮຽນ ແລະ ໜູນຊ່ວຍຫວຽດນາມ ສ້າງໂຄງປະກອບກະສິກຳ, ອຸດສາຫະກຳຄືນໃໝ່ ຕາມທິດນຳໃຊ້ເຕັກໂນໂລຊີສູງ; ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ ເຂົ້າໃນລະບົບຂາຍຍ່ອຍຢູ່ນິວຊີແລນ; ສົ່ງເສີມວິສາຫະກິດນິວຊີແລນ ລົງທຶນເຂົ້າຫວຽດນາມ.

        ສ່ວນທ່ານ Fletcher Tabuteau ຖືວ່າ, ຫວຽດນາມ ແລະ ນິວຊີແລນ ຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມື, ພັດທະນາຫຼາຍຢ່າງໃນບັນດາຂົງເຂດຄື: ການຄ້າ, ການລົງທຶນ, ການສຶກສາ, ການພັດທະນາກະສິກຳເຕັກໂນໂລຊີສູງ.

ຕອບກັບ

ຂ່າວ/ບົດ​ອື່ນ