ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ຢູ່ສະຖານ​ທີ່​ທ່ອງທ່ຽວຕ່າງໆຂອງຫວຽດນາມ​ໃນ​ຊຸມ​ວັນ​ບຸ​ນ​ເຕັດ

(VOVWORLD) -      ນັບແຕ່25 – 29 ມັງກອນ ເຊິ່ງກົງກັບວັນທີ 1 – 5 ບຸນເຕັດ ປີຊວດ 2020 ໄດ້ມີແຂກທ່ອງທ່ຽວຫຼາຍກວ່າ 20 ພັນເທື່ອຄົນ ມາໄຫວ້ອາໄລ, ຢ້ຽມຊົມເຂດປູຊະນີຍະສະຖານ ຫງວຽນຊິງຊັກ - ຜູ້ທີ່ໃຫ້ກໍາເນີດທ່ານປະທານໂຮ່ຈີມິນ, ຢູ່ນະຄອນ ກາວແຫຼງ, ແຂວງດົ່ງທ໊າບ.
ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ຢູ່ສະຖານ​ທີ່​ທ່ອງທ່ຽວຕ່າງໆຂອງຫວຽດນາມ​ໃນ​ຊຸມ​ວັນ​ບຸ​ນ​ເຕັດ - ảnh 1ມີແຂກທ່ອງທ່ຽວຫຼາຍກວ່າ 20 ພັນເທື່ອຄົນ ມາໄຫວ້ອາໄລ, ຢ້ຽມຊົມເຂດປູຊະນີຍະສະຖານ ຫງວຽນຊິງຊັກ (ພາບ: dongthap.org.vn)

        ມີການເຄື່່ອນໄຫວຫຼາຍຢ່າງຖືກຈັດຂຶ້ນເພື່ອຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວໃນໂອກາດນີ້ຄື: ການປະດັບປະດາຕາມຫົວຂໍ້ຕ່າງໆ; ການວາດພາບບັນຍາກາດຂອງຕະຫຼາດເຂດບ້ານນາ ຮ່ວາອານ ໃນສະໄໝກ່ອນ; ງານວາງສະແດງພາບຖ່່າຍ...

        ໃນຂະນະນັ້ນ, ຢູ່ ແຂວງຫວຸງເຕົ່າ, ໃນໄລຍະ 7 ວັນພັກບຸນເຕັດປີຊວດ 2020 ທາງແຂວງກໍ່ໄດ້ຕ້ອນຮັບແຂກມາທ່ຽວຊົມຢູ່ເຂດທ່ອງທ່ຽວພັກຜ່ອນບໍາລຸງສຸຂະພາບແຫ່ງຕ່າງໆ ແລະ ທະເລ ຫຼາຍກວ່າ 365.000 ເທື່ອຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ