ບັນດາກອງປະຊຸມຂັ້ນລັດຖະມົນຕີກະກຽມໃຫ້ແກ່ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 26

ບັນດາກອງປະຊຸມຂັ້ນລັດຖະມົນຕີກະກຽມໃຫ້ແກ່ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 26 - ảnh 1
ກອງ​ປະ​ຊຸມ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊ​ຽນ ຄັ້ງ​ທີ 26
(ພາບ: nhandan.com.vn)

(vovworld) –  ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 26 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 27/4 ຢູ່​ນະຄອນຫຼວງ ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 26/4 ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ, ​ໄດ້​ດຳ​ເນີນ​ບັນດາກອງ​ປະຊຸມຕ່າງໆ ​ເປັນ​ຕົ້ນ​ແມ່ນ ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ (AMM), ກອງ​ປະຊຸມ​ສະພາ​ປະຊາ​ຄົມຄົມ​ການ​ເມືອງ-​ ​ຄວາມໝັ້ນຄົງ​ອາ​ຊຽນ(APSC) ​ແລະ ກອງ​ປະຊຸມ​ສະພາ​ຜູ້​ປະສານ​ງານ​ອາ​ຊຽນ(ACC) ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 26. ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ​ການກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຟາ​ມບິ່ງ​ມິ​ງ ​​ໄດ້ເຂົ້າ​ຮ່ວມ ​ແລະ ຕັ້ງໜ້າ​ປະກອບ​ຄວາມ​ເຫັນ​ຢູ່​ບັນດາ​ກອງ​ປະຊຸມ. ກ່ຽວ​ກັບ​ເລື່ອງ​ສ້າງ​ປະຊາ​ຄົມ​ອາ​ຊຽນ 2015,  ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ​ການກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຟາ​ມບິ່ງ​ມິ​ງ ສະ​ເໜີ ອາ​ຊຽນຄວນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຮງ​ກວ່າ, ມານະ​ພະຍາຍາມ​ປະຕິບັດ​ຂັ້ນ​ຕອນ​ສ້າງ​ປະຊາ​ຄົມ​ອາ​ຊຽນດ້ວຍສາມ​ເສົາ​ຄ້ຳ; ຢືນຢັນ​ຫວຽດນາມ​ຈະ​ຕັດສິນ​ໃຈ​ພ້ອ​ມກັບ​ບັນດາ​ປະ​ເທດ​ສະມາຊິກ​ປະຕິບັດສຳ​ເລັດ​ຄາດໝາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ 2015, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ເສດຖະກິດ​ເຊິ່ງຫວຽດນາມ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ, ກໍ່​ຄື​ບັນດາ​ມາດ​ຕະການ​ທີ່​ຍັງ​ເຫຼືອ​ໃນ​ເສົາ​ຄ້ຳ ​ການ​ເມືອງ -​ ຄວາມໝັ້ນຄົງເຊິ່ງ ຫວຽດນາມ ​ໄດ້​ຈົດທະບຽນ​ເປັນ​​ເຈົ້າພາບ​ປະຕິບັດ​ໃນ​ປີ 2015, ຮັບປະກັນ​ເພື່ອ​ໃຫ້​ການ​ສ້າງປະຊາ​ຄົມ​ອາ​ຊຽນສຳ​ເລັດ​ໃນ​ທ້າຍ​ປີ 2015 ຖືກ​ຕາມ​ແຜນການ​ທີ່​​ໄດ້ວາງ​ອອກ. ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຟາ​ມບິ່ງ​ມິ​ງ ຍົກ​ອອກ ​ເລື່ອງ​ເຄົາລົບ​ກົດໝາຍ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ສົນທິສັນຍາ​ກ່ຽວ​ກັບ ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982; ຍູ້​ແຮງ​ການ​ແລກປ່ຽນ​ກັບ​ຈີນ ​ເພື່ອ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ສຳ​ເລັດ​ປະມວນ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ(COC)​ໂດຍ​ໄວ.

 


ຂ່າວ/ບົດ​ອື່ນ