ບັນດາກະຊວງ,ຂະແຫນງການສົມທົບກັນຢ່າງແຫນ້ນແຟ້ນໃນວຽກງານກະກຽມຈັດຕັ້ງສັບປະດາຂັ້ນສູງAPEC2017

(VOVWORLD) -ວັນທີ 14 ກັນຍາ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ໄດ້ເຮັດວຽກກັບການນຳຄະນະກຳມະການແຫ່ງຊາດ APEC 2017, ຫ້ອງວ່າການປະທານປະເທດ, ກະຊວງການຕ່າງປະເທດ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ບັນດາອົງການກ່ຽວຂ້ອງ ກ່ຽວກັບວຽກງານກະກຽມສັບປະດາຂັ້ນສູງ APEC 2017. 
ບັນດາກະຊວງ,ຂະແຫນງການສົມທົບກັນຢ່າງແຫນ້ນແຟ້ນໃນວຽກງານກະກຽມຈັດຕັ້ງສັບປະດາຂັ້ນສູງAPEC2017 - ảnh 1ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບບັນດາກະຊວງ,ຂະແຫນງການ 

ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນ: ເລື່ອງຈັດຕັ້ງປີ APEC 2017 ແມ່ນວຽກງານຈຸດສຸມຂອງການພົວພັນຕ່າງປະເທດຮອດປີ 2020 ແລະ ແມ່ນບຸລິມະສິດຍຸດທະສາດຂອງຫວຽດນາມ ໃນການຜັນຂະຫຍາຍການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກກວ້າງ, ຮອບດ້ານ ແລະ ຍົກສູງປະສິດທິຜົນການພົວພັນຕ່າງປະເທດຫລາຍຝ່າຍ. ທ່ານປະທານປະເທດສະຫນີ ກະຊວງການຕ່າງປະເທດ ຕ້ອງກະກຽມໂຄງການດຳເນີນງານ, ບັນດາການເຄື່ອນໄຫວຂອງການນຳຂອງບັນດາພື້ນຖານເສດຖະກິດ APEC ແລະ ເຫດການຕ່າງໆໃນສັບປະດາຂັ້ນສູງ APEC ຢ່າງລອບຄອບຖິ່ຖ້ວນ, ລະອຽດ. ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບບັນດາກະຊວງກ່ຽວຂ້ອງ ກະກຽມເນື້ອໃນການຮ່ວມມືຢ່າງແທດຈິງ, ລະອຽດ ແລະ ດຶງດູດບັນດາກຸ່ມບໍລິສັດແຖວຫນ້າຂອງພາກພື້ນ ແລະ ພາຍໃນປະເທດເຂົ້າຮ່ວມກອງປະຊຸມສຸດຍອດວິສາຫະກິດ APEC ແລະ ສຸດຍອດດຳເນີນທຸລະກິດຫວຽດນາມ. ທ່ານປະທານປະເທດ ເນັ້ນຫນັກວ່າ: ປັດໄຈຕັດສິນຊີ້ຂາດຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017 ແມ່ນຕ້ອງຮັບປະກັນຄວາມສະຫງົບປອດໄພສຳລັບທຸກການເຄື່ອນໄຫວຂອງເຫດການນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ