ບັນດາການນຳໂລກຊົມເຊີຍໝາກຜົນຂອງກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ

(VOVWORLD) - ພາຍຫຼັງກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ ຖືກດຳເນີນໃນວັນທີ 29 – 30 ມັງກອນຢູ່ Sochi, ປະເທດລັດເຊຍ ສິ້ນສຸດລົງ, ບັນດາການນຳໂລກໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນທີ່ບັນລຸໄດ້.

ບັນດາການນຳໂລກຊົມເຊີຍໝາກຜົນຂອງກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ - ảnh 1 ບັນດາການນຳໂລກຊົມເຊີຍໝາກຜົນຂອງກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ

(ພາບປະກອບ:  AFP/TTXVN)

ໃນການໂອ້ລົມທາງໂທລະສັບວັນທີ 31 ມັງກອນ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຕວກກີ Recep Tayyip Erdogan ໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນຂອງກອງປະຊຸມໃຫຍ່, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາຢູ່ Sochi ນີ້ ເພື່ອແນໃສ່ຊຸກຍູ້ປະສິດທິຜົນວິວັດທະນາການໄກ່ເກ່ຍດ້ານການເມືອງຢູ່ຊີຣີ ບົນພື້ນຖານມະຕິເລກທີ 2254 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ໃນຂະນະນັ້ນ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ເນັ້ນໜັກວ່າ, ຝລັ່ງ ເຫັນດີເຫັນພ້ອມຕໍ່ມາດຕະການຮອບດ້ານເພື່ອແນໃສ່ແກ້ໄຂວິກິດການຢູ່ຊີຣີ. ທ່ານ Macron ຍັງປະລະຄວາມສາມາດທີ່ຈະສວມບົດບາດຕັ້ງໜ້າໃນວິວັດທະນາການສັນຕິພາບຊີຣີ ຂອງຝລັ່ງ.

        ໃນເຫດການທີ່ກ່ຽວຂ້ອງ, ສຳນັກຂ່າວສານແຫ່ງລັດ SANA ຂອງຊີຣີ ໃຫ້ຮູ້ວ່າ, ວັນທີ 31 ມັງກອນ, ພາຍຫຼັງທີ່ເຮືອບິນຂົນສົ່ງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ ລົງຈອດຢູ່ສະໜາມບິນ, ພວກກະບົດໄດ້ຍິງລູກຈະຫຼວດ 2 ລູກໃສ່ເຂດສະໜາມບິນສາກົນ Damascus ຂອງຊີຣີ. ຍັງບໍ່ມີຂ່າວຄາວກ່ຽວກັບຜູ້ຮັບບາດເຈັບ ແລະ ເສຍຊີວິດໃນເຫດບຸກໂຈມຕີດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ