ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຢູ່ສິງກະໂປ

(VOVWORLD) -ເນື່ອງໃນໂອກາດໄປຢ້ຽມຢາມສິງກະໂປຢ່າງເປັນທາງການ, ຕອນເຊົ້າວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມສົນທະນາໂຕະມົນກັບ ການນຳບັນດາກຸ່ມບໍລິສັດ, ບໍລິສັດນານາຊາດຂະໜາດໃຫຍ່ 16 ຄົນ, ເຊິ່ງແມ່ນບັນດານັກລົງທຶນມີິອິດທິພົນຊື່ສຽງໃນຫຼາຍຂົງເຂດຂອງສິງກະໂປດ້ວຍເຕັກໂນໂລຢີແຖວໜ້າຂອງໂລກ.

ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຢູ່ສິງກະໂປ - ảnh 1 ທ່ານນາຍົດລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການໂອ້ລົມສົນທະນາໂຕະມົນ

(ພາບ: TTXVN)

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົດລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແບ່ງປັນກັບບັນດາບໍລິສັດນານາຊາດສິງກະໂປ ກ່ຽວກັບສະພາບເສດຖະກິດຫວຽດນາມໂດຍສັງເຂບ. ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ບັນດານັກລົງທຶນຮັບຊາບ ກ່ຽວກັບເລື່ອງຫວຽດນາມ ພວມຕັ້ງໜ້າກໍ່ສ້າງ 03 ເຂດຄຸ້ມຄອງເສດຖະກິດພິເສດ ດ້ວຍບຸລິມະສິດຫຼາຍຢ່າງ ແລະ ແມ່ນກາລະໂອກາດອັນໃຫຍ່ຫຼວງ ເພື່ອໃຫ້ບັນດານັກລົງທຶນໃນໂລກໄດ້ສົ່ງເສີມ, ເປີດກວ້າງການລົງທຶນເຂົ້າຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍໄດ້ສະເໜີໃຫ້ບັນດາບໍລິສັດນານາຊາດ ຍູ້ໄວບັນດາໂຄງການຜະລິດ, ດຳເນີນທຸລະກິດຢູ່ຫວຽດນາມ ດ້ວຍເຕັກໂນໂລຢີທັນສະໄໝ, ປະຕິບັດຕາມກົດໝາຍຫວຽດນາມ ແລະ ກົດໝາຍສາກົນ.

        ທີ່ການໂອ້ລົມສົນທະນາ, ການນຳບັນດາກຸ່ມບໍລິສັດ, ບໍລິສັດນານາຊາດ ໄດ້ສະແດງຄວາມປະທັບໃຈຕໍ່ຜົນງານດ້ານເສດຖະກິດຂອງຫວຽດນາມ, ພິເສດແມ່ນບັນດາຄວາມມານະພະຍາຍາມໃນການປະຕິຮູບ, ການປ່ຽນແປງໃໝ່, ເຂົ້າຮ່ວມບັນດາຄຳໝັ້ນສັນຍາສາກົນຢ່າງເລິກເຊິ່ງ-ກວ້າງຂວາງ ແລະ ພວມກາຍເປັນຈຸດນັບພົບທີ່ດູດດື່ມ ສຳລັບບັນດານັກລົງທຶນຕ່າງປະເທດ.

ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Christian Cabrol, ຮອງປະທານກຸ່ມບໍລິສັດ Total, ປະທານບໍລິສັດນ້ຳມັນອາຍແກັດ ພາກພື້ນອາຊີ - ປາຊີຟິກ.

ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຢູ່ສິງກະໂປ - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍກັບທ່ານປະທານາທິບໍດີຟິລິບປິນ Rodrigo Duterte

(ພາບ: VGP/Quang Hieu)

ກ່ອນໜ້ານັ້ນ, ວັນທີ 27 ເມສາ, ຢູ່ທຳນຽບປະທານາທິບໍດີສິງກະໂປ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ການນຳບັນດາປະເທດອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ກອງປະຊຸມສຸດຍອດອາຊຽນຄັ້ງທີ 32 ໂດຍທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງເປັນປະທານ.

        ເມື່ອແບ່ງປັນທັດສະນະກັບບັນດາການນຳອາຊຽນ ທ່ານນາຍົກລັດຖະມົນຕີ ຕີລາຄາສູງຫົວຂໍ້ ແລະ ບຸລິມະສິດ ໂດຍ ປະທານອາຊຽນ 2018 ສະເໜີ; ທ່ານນາຍົກລັດຖະມົນຕີ ຖືວ່າ ເສີມຂະຫຍາຍລັກສະນະຫົວຄິດປະດິດສ້າງຢ່າງມີປະສິດທິຜົນຈະເປັນໄມ້ງັດ ເພີ່ມທະວີກຳລັງແຮງໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງອາຊຽນ ແລະ ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍໄດ້ເຊື້ອເຊີນບັນດາການນຳອາຊຽນເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ ( WEF – ASEAN) ເຊິ່ງຈະໄດ້ຈັດຕັ້ງຢູ່ຫວຽດນາມໃນເດືອນກັນຍາ 2018.

         ແລະກໍໃນຕອນບ່າຍຂອງວັນທີ 27 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ມີການພົບປະສອງຝ່າຍກັບທ່ານປະທານາທິບໍດີຟິລິບປິນ Rodrigo Duterte ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ