ບັນດາປະ​ເທດ​ຍົກ​ລະດັບ​​ເຕືອນ​ໄພຕໍ່​ໂລກລະບາດ​ອັກ​ເສບ​ປອດ ຍ້ອນ​ເຊື້ອ​ໄວຣັດສາຍ​ພັນ​ໃໝ່ ​ໂຄ​ໂຣນາ ກໍ່​ຂຶ້ນ

(VOVWORLD) -ອາເມລິກາ ໄດ້ຍົກລະດັບການກ່າວເຕືອນເມື່ອໄປທ່ອງທ່ຽວຢູ່ປະເທດຈີນ ຂຶ້ນເປັນລະດັບທີ 3, ເຊິ່ງເປັນລະດັບສູງສຸດ.

        ວັນທີ 28 ມັງກອນ, ຕໍ່ໜ້າສະພາບການສັບສົນຂອງໂລກລະບາດອັກເສບປອດ ຍ້ອນເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ ກໍ່ຂຶ້ນ ຢູ່ ອູຄານ, ປະເທດຈີນນັ້ນ, ອາເມລິກາ ໄດ້ຍົກລະດັບການກ່າວເຕືອນເມື່ອໄປທ່ອງທ່ຽວຢູ່ປະເທດຈີນ ຂຶ້ນເປັນລະດັບທີ 3, ເຊິ່ງເປັນລະດັບສູງສຸດ, ກ່າວເຕືອນປະຊາຊົນທຸກຄົນ ຄວນຈໍາກັດການໄປທ່ຽວປະເທດຈີນ. ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ພະນັກງານການທູດຂອງປະເທດນີ້ ທີ່ພວມປະຈໍາການຢູ່ເມືອງ ອູຄານ, ແຂວງ ຫູເປິ໋ຍ ກັບເມືອປະເທດ. ອາເມລິກາ ກໍຈະສົ່ງເຮືອບິນໄປຮັບພົນລະເມືອງຈາກ ອູຄານກັບເມືອປະເທດໃນວັນທີ 29 ມັງກອນ.

        ກໍ່ຄືກັນກັບ ອາເມລິກາ, ວັນທີ 28 ມັງກອນ, ການາດາ ກໍກ່າວເຕືອນພົນລະເມືອງ ຫຼີກລ້ຽງການໄປທ່ຽວຢູ່ແຂວງ ຫູເປິ໋ຍ ແລະ ຍາມໃດກໍຕ້ອງມີສະຕິລະວັງຕົວຢ່າງສູງ ຕໍ່ໂລກລະບາດດັ່ງກ່າວ.

        ໃນຂະນະນັ້ນ, ຕອນຄໍ່າວັນທີ 27 ມັງກອນ, ອົງການສາທາລະນະສຸກ Bayern ຂອງ ເຢຍລະມັນ ໄດ້ຢັ້ງຢືນວ່າ ປະກົດມີກໍລະນີທໍາອິດຢູ່ ເຢຍລະມັນ ຕິດໂລກລະບາດອັກເສບປອດຍ້ອນເຊື້ອໄວຣັດ ສາຍພັນໃໝ່ ໂຄໂຣນາ ແລະ ລັດຖະບານຂອງປະເທດນີ້ ພວມຊັ່ງຊາຕໍ່ເລື່ອງຍົກຍ້າຍພົນລະເມືອງຂອງປະເທດນີ້ ທີ່ພວມເຮັດວຽກຢູ່ນະຄອນ ອູຄານ, ແຂວງ ຫູເປີ໋ຍ.

        ສ່ວນຢູ່ ຍີ່ປຸ່ນ, ອໍານາດການປົກຄອງ ໄດ້ຕົກລົງ ນໍາພະຍາດອັກເສບປອດ ຍ້ອນເຊື້ອໄວຣັດ ສາຍພັນໃໝ່ໂຄໂຣນາ ນີ້ ໃສ່ບັນຊີລາຍຊື່ບັນດາພະຍາດຕິດແປດອັນຕະລາຍຊະນິດພິເສດ. ຕາມຂໍ້ຕົກລົງດັ່ງກ່າວແລ້ວ, ຜູ້ຄົນທີ່ຕິດພະຍາດດັ່ງກ່າວ ຕ້ອງເຂົ້າໂຮງໝໍ ແລະ ຫ້າມໄປເຮັດວຽກ.

        ວັນທີ 28 ມັງກອນ, ອໍານາດການປົກຄອງ ຈີນ ຢັ້ງຢືນວ່າ ໄລ່ມາຮອດປັດຈຸບັນ, ຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວມີທັງໝົດ 106 ຄົນ. ປັດຈຸບັນ, ຍັງມີ 6973 ຄົນ ຖືກສົງໄສແມ່ນຕິດພະຍາດດັ່ງກ່າວ. 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ