ບັນດາປະເທດສົ່ງສານອວຍພອນທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ


ບັນດາປະເທດສົ່ງສານອວຍພອນທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ - ảnh 1
ທ່ານ​ນາຍົກລັດ​ຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ

(vovworld) - ​ ວັນ​ທີ 07/04 ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ສາ​ທາ​ລະນະ​ລັດ​ ປະຊາທິປະ​ໄຕ ປະຊາຊົນ ລາວ, ທ່ານ ຫຼີ​ເຄີ​ຊຽນ ນາຍົກລັດຖະມົນຕີ ສາທາລະນະ​ລັດ ປະຊາຊົນ ຈີນ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ​ນາຍົກລັດ​ຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ. ​ເນື້ອ​ໃນ​ສານ​ອວຍພອນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ສ​ປປ​.ລາວ ຂຽນ​ວ່າ: ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ແນນ​ອນວ່າ ດ້ວຍ​ຄວາມ​ສາມາດ ​ແລະ ບົດຮຽນອັນ​ອຸດົມສົມ​ບຸນຂອງສະຫາຍ, ສສ ຫວຽດນາມ ຈະ​ສືບ​ຕໍ່​ມີສະຖຽນ​ລະ​ພາບ, ​ເສດຖະກິດ​ເຕີບ​ໂຕ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ບົດບາດ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ​ໂລກ​ໄດ້​ຮັບ​ການ​ຍົກ​ສູງຢ່າງ​ບໍ່​ຢຸກຢັ້ງ.

        ຍິ່ງກ່ວາ​ນັ້ນ, ບັນດາ​ບົດຮຽນ​ຂອງ​ສະຫາຍ​​ໃນ​ການ​ຊີ້​ນຳ​ນຳພາ​ວຽກ​ງານ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ລາວ ​ໃນ​ຫລາຍ​ປີຜ່ານມາ, ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພັດ​ທະ​ນາສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ

        ​ໃນ​ສານ​ອວຍພອນ, ທ່ານ​ນາຍົກລັດຖະມົນຕີ ສປ ຈີນ ຫຼີ​ເຄີ​ຊຽນ ຖື​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ການ​ພົວພັນ ຈີນ - ຫວຽດນາມ ​ໄດ້​ຮັບ​ການພັດທະນາ​ອັນ​ດີງາມ, ການ​ຮ່ວມ​ມື​ໃນ​ທຸກຂົງ​ເຂດ​ໄດ້​ຮັບ​ການພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ 2 ປະ​ເທ​​ດຢ່າງ​ແທດ​ຈິງ. ​ໃນ​ສະພາບ​ການ​ແກ່ງ​ແຍ້​ງ​ກັບ​ສາກົນຢ່າງຂ້ຽວຂາດ​ຄື​ປະຈຸ​ບັນ, 2 ປະ​ເທ​ດຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​​ຮ່ວມ​ມື​ຢ່າງ​ລວງເລິກ​​ ​ເພື່ອ​ພ້ອມ​ກັນ​​ພັດທະນາ. ຈີນ ພ້ອມ​ແລ້ວທີ່​ຈະມານະ​ພະຍາຍາມ​ພ້ອມ​ກັບ ຫວຽດນາມ ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດທະນາ, ນຳ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກຢ່າງ​ແທ້​ຈິງ, ຊຸກຍູ້​ການ​ພົວພັນ ຈີນ - ຫວຽດນາມ ​ໃຫ້ພັດທະນາຢ່າງປອດ​ໃສ, ມີສະຖຽນ​ລະ​ພາບ.

ຂ່າວ/ບົດ​ອື່ນ