ບັນດາ​ປະ​ເທດ​ອາ​ຊຽນ ​ຊອກວິ​ທີເພີ່ມ​ລະ​ບົບ​ສະ​ໜອງຫຼັງ​ ໂລກລະບາດ​ໂຄ​ວິດ-19

(VOVWORLD) -  ກອງປະຊຸມວົງແຄບ ລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 28 (AEM)  ໄດ້ດຳເນີນຕາມຮູບແບບທາງໄກ, ແຕ່ວັນທີ 16-17 ມີນາ ໃນນັ້ນເລີ່ມເຈລະຈາກຍົກລະດັບສັນຍາການຄ້າສິນຄ້າ ອາຊຽນ (ATIGA).
ບັນດາ​ປະ​ເທດ​ອາ​ຊຽນ ​ຊອກວິ​ທີເພີ່ມ​ລະ​ບົບ​ສະ​ໜອງຫຼັງ​ ໂລກລະບາດ​ໂຄ​ວິດ-19 - ảnh 1ກອງປະຊຸມຖືກຈັດຂຶ້ນແບບທາງໄກ (ພາບ: ຄະນະເລຂາ ອາຊຽນ)

ເມື່ອເນັ້ນໜັກເຖິງຄວາມຈຳເປັນຂອງອາຊຽນເພື່ອເລັ່ງຟື້ນຟູເສດຖະກິດພາຍຫຼັງໂລກລະບາດທົ່ວໂລກ, ກອງປະຊຸມໄດ້ເລີ່ມດຳເນີນການເຈລະຈາເພື່ອຍົກລະດັບສັນຍາການຄ້າ ສິນຄ້າອາຊຽນ (ATIGA) ທີ່ບັນດາປະເທດສະມາຊິກໄດ້ປະຕິບັດມາແຕ່ປີ 2010.

        ບັນດາລັດຖະມົນຕີຂອງພາກພື້ນໄດ້ເຫັນດີກັນເປັນເອກະພາບວ່າ, ໃນສະພາບການພາກພື້ນກຳລັງຢູ່ໃນຂັ້ນຕອນຟື້ນຟູພາຍຫຼັງໂລກລະບາດ ໂຄວິດ-19 ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ການເລີ່ມເຈລະຈາເພື່ອຍົກລະດັບ ATIGA ແມ່ນສຳຄັນທີ່ສຸດ, ເພື່ອຮັບປະກັນກົນໄກ ອາຊຽນ ຍັງຄົງເໝາະສົມ, ທັນສະໄຫມ, ມຸ່ງໄປສູ່ອະນາຄົດ.

        ກອງປະຊຸມຍັງໄດ້ຮັບຮອງເອົາ 19 ເນື້ອໃນບຸລິມະສິດດ້ານເສດຖະກິດຂອງປະເທດປະທານອາຊຽນ ກຳປູເຈຍ ໃນປີ 2022, ຕາມ 4 ແຮງຍູ້ດັນຍຸດທະສາດລວມມີ: ເພີ່ມທະວີການເຊື່ອມຕໍ່ດ້ານດິຈິຕອນ, ວິທະຍາສາດ ແລະ ເຕັກໂນໂລຊີ; ຫຼຸດຜ່ອນໄລຍະຫ່າງການພັດທະນາກ່ຽວກັບກຳລັງຄວາມສາມາດແກ່ງແຍງຂອງອາຊຽນ ແລະ ກໍ່ສ້າງອາຊຽນ ໃຫ້ຮອບດ້ານ, ຍືນຍົງ ແລະ ມີການແຂ່ງຂັນ, ເຕີບໂຕ ແລະ ພັດທະນາຂອງອາຊຽນເຊື່ອມໂຍງ.

ຕອບກັບ

ຂ່າວ/ບົດ​ອື່ນ