ບັນດາປະເທດອາຊຽນເພີ່ມທະວີຄວາມສາມັກຄີ,ເປັນເອກະພາບ.

ບັນດາປະເທດອາຊຽນເພີ່ມທະວີຄວາມສາມັກຄີ,ເປັນເອກະພາບ. - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 30/05, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໂຕະມົນ ອາ​ຊີ - ປາຊີ​ຟິກ (APR) ຄັ້ງ​ທີ 30, ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ​ເນັ້ນ​ໜັກ​ວ່າ: ​ເຖິງ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ຕໍ່​ບັນດາ​ສິ່ງ​ທ້າ​ທາຍ, ອາ​ຊຽນ ຈຳ​ເປັນ​ຕ້ອງເພີ່ມ​ທະວີ​ຄວາມ​ສາມັກຄີ, ​​ເປັນເອກະ​ພາບ ​ແລະ ຕິ​ດ ພັນກັນ ​ເພື່ອ​ຮັບປະກັນ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ​ແລະ ​ເໝາະ​ສົມ​ກັບ​ບົດບາດ​ເປັນ​ໃຈກາງ​ຂອງ​ພາກ​ພື້ນ ​ໃນ​ສະພາບ​ພູມ​ສາດ​ການ​ເມືອງ​ພາກ​ພື້ນ ມີ​ບັນດາ​ການ​ປ່ຽນ​ແປງ​ທັງ​ໃນ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ທາງບົກ​, ທາງ​ທະ​ເລ ​ແລະ ທາງ​ອາກາດ. ​ເມື່ອ​ເຕື້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ Najib Razak ຖື​ວ່າ: ບັນດາ​ການ​ຜັນ​ແປ​ບົນ​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ຜ່ານ​ມາ ​ສະ​ແດງໃຫ້​ເຫັນ​ວ່າ ບັນດາ​ປະ​ເທດ​ທັງ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ ຄວນ​ມີ​ການແກ້​ໄຂຢ່າງລະມັດລະວັງ​ທີ່​ສຸດ. ທ່ານ Najib Razak ຊີ້​ແຈ້ງວ່າ: ​ໃນ​ສະພາບ​ການ​ປະຈຸ​ບັນ, ອາ​ຊຽນ ຄວນ​ສິ້ນ​ສຸດ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນປະ​ມວນ​ຂໍ້​ກຳ​ນົດກ່ຽວ​ກັບການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ກັບ​ຈີນ​ຢ່າງ​ວອງ​ໄວ. ​ແລະ ​ໃນ​ໄລຍະ​ເວລາ​ລໍ້ຖ້າ, ມາ​ເລ​ເຊຍ ຮຽກ​ຮ້ອງ​ທຸກ​ ຝ່າ​ຍປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ. ພ້ອມກັນ​ນັ້ນ ທ່ານ Najib Razak ກໍ່​ໃຫ້​ຮູ້​ວ່າ: ມາ​ເລ​ເຊຍ​ ຈະ​ສືບ​ຕໍ່ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີ ຜ່ານ​ທາງ​ການ​ທູດ ​ແລະ ​ການເຈລະຈາ ​​.

 

 

ຂ່າວ/ບົດ​ອື່ນ