ບັນດາແຂວງ, ນະຄອນເປີດສະຫຼອງລະດູການທ່ອງທ່ຽວ

ບັນດາແຂວງ, ນະຄອນເປີດສະຫຼອງລະດູການທ່ອງທ່ຽວ - ảnh 1
ບັນດາແຂວງ, ນະຄອນເປີດສະຫຼອງລະດູການທ່ອງທ່ຽວ
(ພາບ: baodautu.vn)

(vovworld) - ຕອນ​ຄຳ່​ວັນ​ທີ 28/4, ຢູ່​ສວນສາທາລະນະ​ບຽນ​ດົງ (ທະ​ເລ​ຕາ​ເວັນ​ອອກ), ນະຄອນ ດ່າ​ນັ້ງ ​ໄດ້​ເປີດສະຫຼອງ​ລະດູ​ການທ່ອງທ່ຽວທະ​ເລ ດ່າ​ນັ້ງ 2017, ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຄື: ວັນ​ບຸນ​ເຂດ​ທະ​ເລ, ການ​ຊ່ວງ​​ເຮື​ອ Kayak “ຂ້າມ​ຟອງ​ມີ້​ເຄ“, ຈັດ​ບັນດາ​ຮ້ານ​ແນະ​ນຳ​ຂໍ້​ມູນ​ຂ່າວ, ລາຍການ​ທ່ອງ​ທ່ຽວ ​ເຊີນ​ຈ່າ, “ລາຍການ​ດົນຕີ​ທະ​ເລ“, “​ເຊີນ​ຈ່າ Sunset“… ທ່ານ ​ໂງກ​ວາງ​ວິ​ງ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ນະຄອນ ດ່າ​ນັ້ງ ​ໃຫ້​ຮູ້​ວ່າ:

“ປີ​ນີ້​ເປີດ​ສະຫຼອງລະດູ​ການທ່ອງທ່ຽວ​ທະ​ເລ ດ້ວຍ​ເກືອບ 20 ​ເຫດການ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ໃໝ່ບາງ​ຢ່າງຄຽງ​ຂ້າງ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ມູນ​ເຊື້ອ​ຂອງທຸກ​ປີ... ພວກ​ຂ້າພະ​ເຈົ້າ​ໄດ້​ປະຊຸມ​ກັບ​ບັນດາ​ຫົວໜ່ວຍ​ທ່ອງ​ທ່ຽວ, ບັນດາ​ເຂດ, ສະຖານ​ທີ່​ທ່ອງ​ທ່ຽວວ່າຕ້ອງ​ເພີ່ມ​ຄຸນ​ນະພາ​ບ, ທ່າ​ທີ​ຮັບ​​ໃຊ້ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ແຫ່ງ​ນີ້​ຮູ້ສຶກ​ສະບາຍ​ໃຈ​ແລະ ​ເຈືອ​ຈານ​ໃນ​ບັນຍາກາດ​ອັນ​ຟົດ​ຟື້ນ​​ໃນ​ຍາມລະດູ​ຮ້ອນ​ຢູ່​ເຂດ​ທະ​ເລ ດ່າ​ນັ້ງ“.

ຢູ່​ແຂວງ ກວາງ​ນິງ, ຕອນ​ຄຳ່​ວັນ​ທີ 28/4, ​ໄດ້​ເປີດ​ລາຍການ “ ຫ້າ​ລອງ​ແຫ່ງ​ຄວາມ​ສະຫງ່າຜ່າ​ເຜີຍ 2017“. ລາຍການ​ໄດ້​ວາດ​ພາບ​ຮູບ​ພາບ ຫ້າ​ລອງ - ກວາງ​ນິງ ທີ່​ຂະຫຍັນ​ຂັນ​ເຄື່ອນ, ​ເຊື່ອມ​ໂຍງ ​ແຕ່​ຍັງ​ຄົງ​ຮັກສາ​ຄວາມ​ງາມ​ສັນຕິ​ສຸກ​ຂອງ​ເຂດ​ມໍລະດົກ. ອ້າຍ ຫງວຽນ​ຊວນ​ແທ່ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຫາຍ​ເຢືອງ, ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ມາ​ແຫ່ງ​ນີ້​ພ້ອມ​ກັບ​ຄອບຄົວ, ຂ້າພະ​ເຈົ້າ​ເຫັນ​ວ່າ​ປີ​ນີ້ ຫ້າ​ລອງ​ຈັດ​ຕັ້ງ​ລາຍການ​ດ້ວຍ​ຂອບ​ຂະໜາດ​ໃຫຍ່, ງາມ ​ແລະ ມ່ວນ​ທີ່​ສຸດ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມາ ກວາງ​ນິງ, ​ແລະ ຫວັງ​ວ່າ​ຂ້າພະ​ເຈົ້າ​ຈະ​ມາ​ອີ່​ກຫຼາຍ​ເທື່ອ“.


ຕອບກັບ

ຂ່າວ/ບົດ​ອື່ນ