ບັນຫາ Brexit: ລັດຖະບານ ອັງກິດ ຢາກໃຫ້ສະພາແຫ່ງຊາດ ຮັບຮອງເອົາ ຂໍ້ຕົກລົງ Brexit ກ່ອນເດືອນ ກໍລະກົດ

(VOVWORLD) -ສະພາແຫ່ງຊາດ ອັງກິດ ຄວນໃຫ້ສັດຕະຍາບັນຂໍ້ຕົກລົງ Brexit ກ່ອນທີ່ ລັດຖະສະພາ ເອີຣົບ ຊຸດໃໝ່ ໂຮມປະຊຸມ ໃນເດືອນກໍລະກົດ ຈະມາເຖິງນີ້

ວັນທີ 25 ເມສາ, ທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lidington ປະກາດວ່າ ລັດຖະບານ ຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ປາດຖະໜາຢາກ ໃຫ້ສະພາແຫ່ງຊາດຂອງປະເທດນີ້ ຮັບຮອງເອົາ ຂໍ້ຕົກລົງ Brexit - ວິວັດທະນາການ ອັງກິດຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ) ກ່ອນເດືອນ ກໍລະກົດ - ເຊິ່ງເປັນຈຸດເວລາທີ່ລັດຖະສະພາເອີຣົບຊຸດໃໝ່ໂຮມປະຊຸມ.  ກ່າວຄໍາເຫັນທີ່ກອງປະຊຸມກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ທີ່ຈັດຂຶ້ນຢູ່ Glasgow, ທ່ານ Lidington ໃຫ້ຮູ້ວ່າ ທ່ານຍັງບໍ່ທັນຍົກອອກວັນເວລາຊັດເຈນເທື່ອ ເພື່ອໃຫ້ສະພາແຫ່ງຊາດ ອັງກິດ ຈັດການປ່ອນບັດ ກ່ຽວກັບຂໍ້ຕົກລົງ Brexit ເຊິ່ງເຄີຍຖືກປະຕິເສດຈາກ ອົງການນິຕິບັດຍັດນີ້ມາເປັນເວລາ 3 ຄັ້ງນັ້ນ.  ທ່ານກໍເນັ້ນໜັ້ກວ່າ ຈຸດເວລາໄດ້ຮັບການກໍານົດຕົ້ນຕໍແມ່ນຂຶ້ນກັບຄວາມຄືບໜ້າຂອງບັນດາການເຈລະຈາ ລະຫວ່າງ ພັກນິຍົມຮັກສາເດີມກໍາອໍານາດ ຂອງທ່ານນາງ Theresa May ແລະ ພັກແຮງງານຝ່າຍຄ້ານ ເພື່ອແນໃສ່ຊອກຫາຄວາມເປັນເອກະພາບ ກ່ຽວກັບຂໍ້ຕົກລົງ Brexit, ແຕ່ທ່ານກໍຢັ້ງຢືນວ່າ ບັນຫາດັ່ງກ່າວ ບໍ່ສາມາດແກ່ຍາວໄປອີກແລ້ວ. ຕາມທັດສະນະຂອງທ່ານ Lidington ແລ້ວ, ສະພາແຫ່ງຊາດ ອັງກິດ ຄວນໃຫ້ສັດຕະຍາບັນຂໍ້ຕົກລົງ Brexit ກ່ອນທີ່ ລັດຖະສະພາ ເອີຣົບ ຊຸດໃໝ່ ໂຮມປະຊຸມ ໃນເດືອນກໍລະກົດ ຈະມາເຖິງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ