ບັນຫາ Brexit: ລັດຖະບານອັງກິດ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກລົ້ມລະລາຍ ຢ່າງສິ້ນເຊີງ

(VOVWORLD) - ໜັງສືພິມ Sunday Times ອອກວັນທີ 30 ມີນາ ໃຫ້ຮູ້ວ່າ ທ່ານນາງນາຍົກລັດຖະມົນຕີອັງກິດ  Theresa May ພວມຕ້ອງປະເຊີນໜ້າກັບຄວາມສ່ຽງລາອອກຈາກຕໍາແໜ່ງຂອງບັນດາລັດຖະມົນຕີອາວຸໂສ.

ລັດຖະບານຂອງ ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກລົ້ມລະລາຍຢ່່າງສິ້ນເຊີງ ຖ້າຫາກ ທ່ານນາງ Theresa May ບໍ່ໄດ້ຮັບຄວາມສະໜັບສະໜູນສໍາລັບ ຂໍ້ຕົກລົງ Brexit ຈາກສະພາແຫ່ງຊາດ.

        ໜັງສືພິມ Sunday Times ອອກວັນທີ 30 ມີນາ ໃຫ້ຮູ້ວ່າ ທ່ານນາງນາຍົກລັດຖະມົນຕີອັງກິດ  Theresa May ພວມຕ້ອງປະເຊີນໜ້າກັບຄວາມສ່ຽງລາອອກຈາກຕໍາແໜ່ງຂອງບັນດາລັດຖະມົນຕີອາວຸໂສ. ໜັງສືພິມ Sunday Times ຄາດຄະເນວ່າ ຈະມີສະມາຊິກຢ່າງໜ້ອຍ 6 ຄົນ ທີ່ສະໜິດສະໜົມກັບເອີຣົບໃນລັດຖະບານຂອງທ່ານນາງ Theresa May ລາອອກຈາຕໍາແໜ່ງ ຖ້າຫາກນາຍົກລັດຖະມົນຕີອັງກິດບໍ່ຜ່ານຜ່າຮົ້ວກີກຂວາງຂອງ Brexit ໃນປັດຈຸບັນ ແລະ ຕັດສິນເລືອກເອົາກໍລະນີ Brexit ໂດຍບໍ່ມີຂໍ້ຕົກລົງ; ນັບທັງບັນດາລັດຖະມົນຕີທີ່ສະໜັບສະໜູນ Brexit ກໍນາບຂູ່ວ່າ ຈະລາອອກຈາກຕໍາແໜ່ງ ຖ້າຫາກ ທ່ານນາງ Theresa May ສະໜັບສະໜູນມາດຕະການເປັນສະມາຊິກຂອງ ອີຢູ ດ້ວຍພັນທະມິດພາສີອາກອນ ຫຼື ຊອກຫາວິທີໂຈະ Brexit ຕ່ືມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ